尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອີ​ຣານ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຍັງ​ບໍ່​ທັນ​ມີ “ຂໍ້​ສະ​ເໜີ​ຫຼື​ເອ​ກະ​ສານ​ທີ່​ແທ້​ຈິງ” ​ສຳ​ລັບ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ

2021-12-22 16:51:02 cri

      ວັນ​ທີ 20 ທັນ​ວາ​ນີ້, ໃນ​ກອງ​ປະ​ຊຸມຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ເຕ​ເຮ​ລານ​, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ອາ​ເມ​ຣິ​ກາ​ຍັງ​ບໍ່​ທັນ​ມີ “ຂໍ້​ສະ​ເໜີ​ຫຼືເອ​ກະ​ສານທີ່​ແທ້​ຈິງ” ​ສຳ​ລັບ​ການ​ເຈ​ລະ​ຈາ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍ​ອີ​ຣານ​ເທື່ອ ສິ່ງ​ນີ້​ເປັນ​ຂໍ້​ລະ​ແວງ​ສົງ​ໄສ​ທີ່​ສຸດ​ສຳ​ລັບ​​ເຈດ​ຕະ​ນາ​ທີ່​ແທ້​ຈິງຂອງ​ອາ​ເມ​ຣິ​ກາ.

      ທ່ານ​ກ່າວ​ວ່າ: ຜ່ານ​ການ​ເຈ​ລະ​ຈາ​​ຢ່າງ​ຂ້ຽວ​ຂາດ​ທີ່​ດຳ​ເນີນ​ຢູ່​ນະ​ຄອນ​ຫຼວງວຽນ​ປະ​ເທດໂອ​ຕ​ຣິ​ສ​ໃນ​ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄ​ລຍອີ​ຣານ​ໄດ້​​ມີ​ເນື້ອ​ໃນ​ໃໝ່, ໃນ​ນັ້ນ​ອີ​ຣານ​ກໍ່​ໄດ້​ມີ​ຂໍ້​ສະ​ເໜີ, ເຊິ່ງສາ​ມາດ​ກາຍເປັນ​ພື້ນ​ຖານ​ທີ່​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ເຈ​ລະ​ຈາ​ໃນ​ຕໍ່​ໜ້າ.  ອີ​ຣານ​ໄດ້​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​​ເພື່ອ​ໃຫ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ໃນ​ເວ​ລາ​ເຈ​ລະ​ຈາ,ຖ້າ​ຝ່າຍ​ກົງ​ກັນ​ຂ້າມ​ສະ​ໜອງ​ເອ​ກະ​ສານ​ທີ່​ແທ້​ຈິງ,ກໍ່​ຈະ​ເຮັດ​ໃຫ້ການ​ເຊັນ​ສັນ​ຍາ​ບັນ​ລຸ​ໄດ້​ພາຍ​ໃນ​ເວ​ລາ​ສັ້ນ​ທີ່​ສຸດ.

ຄຳ​ເຫັນ

0