ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 21 ທັນວານີ້ ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍບົດລາຍງານການແຜ່ລະບາດຂອງພະຍາດໂຄວິດ-19 ປະຈຳອາທິດໂດຍຊີ້ໃຫ້ເຫັນວ່າ: ເຊື້ອໄວຣັດຕົ້ນຕໍທີ່ພວມແຜ່ລະບາດຢູ່ໃນໂລກປະຈຸບັນຍັງແມ່ນເຊື້ອໄວຣັດໂຄວິດ-19 ກາຍພັນເດວຕາ. ແຕ່ຢູ່ປະເທດຈຳນວນໜຶ່ງໄດ້ມີເຊື້ອໂຄວິດ-19 ກາຍພັນໂອມິຄຣອນເລີ່ມແຜ່ລະບາດໃນເຂດຊຸມຊົນແລ້ວ.
WHO ກ່າວວ່າ: ນັບມາຮອດເວລາ 14 ໂມງຂອງວັນທີ 21 ທັນວານີ້ ຕາມເວລາພາກກາງເອີຣົບ, ໃນທົ່ວໂລກມີ 106 ປະເທດແລະເຂດແຄວ້ນໄດ້ພົບເຊື້ອໄວຣັດກາຍພັນໂອມິຄຣອນແລ້ວ. ຫຼັກຖານໃນໄລຍະນີ້ສະແດງໃຫ້ເຫັນວ່າ: ເຊື້ອໄວຣັດໂອມິຄຣອນໄດ້ແຜ່ລະບາດງ່າຍກວ່າເຊື້ອໄວຣັດເດວຕາ, ແລະກຳລັງແຜ່ລະບາດຢ່າງວ່ອງໄວ, ສະນັ້ນ, ຄວາມສ່ຽງຂອງເຊື້ອໄວຣັດໂອມິຄຣອນຍັງຢູ່ໃນລະດັບສູງສົມຄວນ.
ຄຳເຫັນ
0