黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ການແກ້​ໄຂ​ບັນ​ຫານ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​​ຢູ່​ເກາະ​ຟູ​ກູ​ຊີ​ມະບໍ່​ແມ່ນ​ເລື່ອງຂອງ​ຍີ່​ປຸ່ນ​ພຽງ​ແຕ່​ຝ່າຍ​ດຽວ​ເທົ່າ​ນັ້ນ

2021-12-23 16:39:06 cri

ຕາມ​ຂ່າວ​ແຈ້ງວ່າ, ວັນ​ທີ 21 ທັນ​ວາ​ນີ້, ບໍ​ລິ​ສັດ​ພະ​ລັງ​ງານ​ໄຟ​ຟ້າ​ໂຕ​ກຽວ​ໄດ້​ຍື່ນ​ຄຳ​ຮ້ອງ​ເຖິງ​ຄະ​ນະ​ກຳ​ມະ​ການ​ພະ​ລັງ​ງານ​ນິວ​ເຄຼຍ​ຍີ່​ປຸ່ນ​ເພື່ອ​ຂໍ​ການ​ອະ​ນຸ​ມັດ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ​ຢ່າງ​ເປັນ​ທາງ​ການ.

ກ່ຽວ​ກັບ​ເລື່ອງ​ນີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ທັນ​ວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ການ​ແກ້​ໄຂ​ບັນ​ຫານ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ຢູ່​ເກາະ​ຟູ​ກູ​ຊີ​ມະ​ກ່ຽວ​ພັນ​ເຖິງ​ສະ​ພາບ​ນິ​ເວດ​ທາງ​ທະ​ເລ​ຂອງ​ທົ່ວ​ໂລກ​ແລະ​ສຸ​ຂະ​ພາບ​​ຂອງ​ປະ​ຊາ​ຊົນ, ບໍ່​ແມ່ນ​ເລື່ອງ​ຂອງ​ຍີ່​ປຸ່ນ​ແຕ່​ຝ່າຍ​ດຽວ. ນັບ​ແຕ່​ເດືອນ​ເມ​ສາ​ປີ​ນີ້​ເປັນ​ຕົ້​ນ​ມາ, ປະ​ຊາ​ຄົມ​ໂລກ​ໄດ້​​ຕັ້ງ​ຄຳຖາມ​​ກັບຍີ່​ປຸ່ນ​ກ່ຽວ​ກັບ​ບັນ​ຫາ​ທີ່​ຍີ່​ປຸ່ນ​ຈະ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ. ວຽກ​ງານ​ຂອງ​ໜ່ວຍ​ເຕັກ​ນິກ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ຢູ່​ເກາະ​ຟູ​ກູ​ຊີ​ມະ​ກໍ​ພວມ​ດຳ​ເນີນ​ຢູ່. ແຕ່​ວ່າ​ຍີ່​ປຸ່ນ​ບໍ່​​ໄດ້ເອົາ​ຫົວ​ຊາ​ຕໍ່​ຄວາມ​ເປັນ​ຫ່ວງ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ຊາ​ຄົມ​ໂລກ, ຍິ່ງກວ່າ​ນັ້ນ​ຍັງ​ໄດ້​ຊຸກ​ຍູ້​ນະ​ໂຍບາຍ​ແລະ​ເຕັກ​ນິກກະ​ກຽມ​ຕ່າງໆ​ກ່ຽວ​ກັບ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ຢູ່​ເກາະ​ຟູ​ກູ​ຊີ​ມະ​ລົງ​ສູ່​ທະ​ເລ​ຢ່າງ​ບໍ່​ຢຸດ​ຢັ້ງ, ເປັນ​ເລື່ອງ​ທີ່​ຈະ​ແຈ້ງ​ແລ້ວວ່າ: ​ຍີ່​ປຸ່ນ​ຢາກ​ໃຫ້​ປະ​ເທດ​ຕ່າງ​ໆ​ຢູ່​ແຄມ​ຟັງ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ​ແບ່ງ​ປັນ​ຄວາມ​ສ່ຽງ​ຈາກ​ການ​ປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ. ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ຍີ່​ປຸ່ນ​ເປັນ​ການ​ກະ​ທຳ​ທີ່​​ຂາດ​ຄວາມ​ຮັບ​ຜິດ​ຊອບ​ທີ່​ສຸດ. ຍີ່​ປຸ່ນ​ຄວນ​ຕັ້ງ​ໃຈ​ຮັບ​ຟັງ​ແລະ​ຕອບ​ສະ​ໜອງ​ຄວາມ​ເປັນ​ຫ່ວງ​ຂອງ​ປະ​ຊາ​ຄົມ​ໂລກ​ລວມ​ທັງ​ປະ​ເທດ​ໃກ້​ຄຽງ, ຍົກ​ເລີກ​ການ​ຕັດ​ສິນ​ໃຈ​ທີ່​ຜິດ​ພາດ​ທີ່​​ຈະປ່ອຍ​ນ້ຳ​ປົນ​ເປື້ອນ​ລັງ​ສີ​ນິວ​ເຄຼຍ​ລົງ​ສູ່​ທະ​ເລ.

ຄຳ​ເຫັນ

0