蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງແຄ​ຣີ ລຳ​ແຊງ​ເຢັດ​ງໍ​ແລະ​ທ່ານ​ໂຮ​ເອັດ​ເຊັງ​ທີ່​ມາ​ລາຍ​ງານ​ວຽກ​ງານ​ຢູ່​ປັກ​ກິ່ງ

2021-12-23 15:57:33 CRI

     ຕອນ​ບ່າຍ​ຂອງວັນ​ທີ 22 ທັນ​ວານີ້, ຢູ່​ທຳ​ນຽບຈົ່ງ​ນານ​ໄຫ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບ​ຂອງ​ທ່ານ​ນາງແຄ​ຣີ ​ລຳ​ແຊງ​ເຢັດ​ງໍ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ​ທ່ານ​ໂຮ​ເອັດ​ເຊັງ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວ​ທີ່​ເດີນ​ທາງມາ​ລາຍ​ງານ​ວຽກ​ງານ​ຢູ່​ປັກ​ກິ່ງ.

     ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຮັບ​ຟັງ​ການ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ​ຂອງ​ເຂດ​​ຮົງ​ກົງ​ແລະ​ເຂດ​ມາ​ກາວ​ ພ້ອມ​ທັງ​ສະ​ພາບການຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ 2 ແຫ່ງ. ທ່ານ​ສີ​ຈິ້ນ​ຜິງ​ໄດ້​ສະ​ແດງ​ຄວາມ​ຍ້ອງ​ຍໍ​ຊົມ​ເຊີຍ​ການ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ​ຂອງ​ທ່ານນາງແຄ​ຣີ​ ລຳ​ແຊງ​ເຢັດ​ງໍ ຜູ້​ວ່າ​ການ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ ແລະ​ຜົນ​ການ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ​ຂອງ​ອົງ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດມາ​ກາວ ທັງໄດ້​ສະ​ແດ​ງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນສຳ​ເລັດຂອງການ​ເລືອກ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ການ​ເລືອກ​ຕັ້ງ​ແລະ​ສະ​ມາ​ຊິກ​ສະ​ພາ​ນິ​ຕິ​ບັນ​ຍັດ​ສະ​ໄໝ​ທີ 7 ຂອງ​ເຂດ​ບໍ​ລິ​ຫານ​ພິ​ເສດ​ຮົງ​ກົງ. ພ້ອມ​ດຽວ​ກັນ​ນີ້, ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ສົ່ງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ແລະ​ສົ່ງ​ຄຳອວຍ​ພອນໄຊ​ອັນ​ປະ​ເສີດ​ຜ່ານ​ຜູ້​ວ່າ​ການເຂດ​ບໍ​ລິ​ຫານ​ພິ​ເສດ​ມາ​ກາວໄປ​ຍັງພໍ່​ແມ່​ພີ່​ນ້ອງປະ​ຊາ​ຊົນມາ​ກາວ​ອັນ​ໄພ​ສານ​ເນື່ອງ​ໃນ​ໂອ​ກາດ​ວັນ​ທີ່​ມາ​ກາວ​ກັບ​ຄືນ​ສູ່​ອ້ອມກອດ​ຂອງປະ​ເທດຊາດ​ຄົບ​ຮອບ 22 ປີ.

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງແຄ​ຣີ ລຳ​ແຊງ​ເຢັດ​ງໍ​ແລະ​ທ່ານ​ໂຮ​ເອັດ​ເຊັງ​ທີ່​ມາ​ລາຍ​ງານ​ວຽກ​ງານ​ຢູ່​ປັກ​ກິ່ງ_fororder_linzhengyuee

ທ່ານ​ສີ​ຈິ້ນ​ຜິງ​ຕ້ອນ​ຮັບ​ການ​ເຂົ້າຢ້ຽມ​ຄຳ​ນັບ​ຂອງ​ທ່ານ​ນາງແຄ​ຣີ ລຳ​ແຊງ​ເຢັດ​ງໍ​ແລະ​ທ່ານ​ໂຮ​ເອັດ​ເຊັງ​ທີ່​ມາ​ລາຍ​ງານ​ວຽກ​ງານ​ຢູ່​ປັກ​ກິ່ງ_fororder_heyicheng

 

ຄຳ​ເຫັນ

0