尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິດ​ທິ​ມະ​ນຸດ​ຂອງຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​​ຜົນ​ການຄົ້ນ​ຄວ້າ “​ຂໍ້​ເຈຳ​ກັດ​ແລະ​ຂໍ້​ບົກ​ຜ່ອງ​ດ້ານ​ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ”

2021-12-23 17:16:34 cri

      ວັນ​ທີ 23 ທັນ​ວາ​ນີ້, ສະ​ຖາ​ບັນ​ຄົ້ນ​ຄວ້າ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ“​ຂໍ້​ຈຳ​ກັດ​ແລະ​ຂໍ້​ບົກ​ຜ່ອງ​ດ້ານປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ”.

      ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​​ວິ​ເຄາະ​ຢ່າງ​ເປັນ​ລະ​ບົບ​ກ່ຽວ​ກັບ​ທາດ​ແທ້​ ​ປະ​ຊາ​ທິ​ປະ​ໄຕ​​ທາງ​ດ້ານ​ການ​ເມືອງແບບ​ອາ​ເມ​ຣິ​ກາ​,​ຂໍ້​ຈຳ​ກັດ​ທາງ​ປະ​ຫວັດ​ສາດ​ແລະ​ຂໍ້​ບົກ​ຜ່ອງ​ຕົວ​ຈິງ​ແລະ​ອື່ນໆ,ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​:ອາ​ເມ​ຣິ​ກາ​ໄດ້​ຈຳ​ກັດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຄົນ​ສີ​ຜິວ​ອື່ນ​ມາ​ເປັນ​ເວ​ລາ​ດົນ​ນານ​ແລ້ວ,ຂັບ​ໄລ່​ຈຳ​ແນກ​ແລະ​ລ້າງ​ສະ​ໝອງ​ຊາວ​ອິນ​ເດຍ​ແດງແລະຈຳ​ກັດ​ສິດ​ເຂົ້າ​ຮ່ວມ​​ທາງ​ດ້ານການ​ເມືອງ​ຂອງ​ແມ່​ຍິງ​ມາ​ເປັນ​ເວ​ລາ​ດົນ​ນານ, ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ມີ​ຂໍ້​ບົກ​ຜ່ອງ​ຕົວ​ຈິງ​ຕ່າງໆ​ເຊັ່ນ:​ຫັນ​ເປັນ​ຂົ້ວ,ສອງ​ມາດ​ຖານ,ເນັ້ນ​ເງິນແລະ​ເປັນ​ຮູບ​​ການ​ຊື່ໆ.

      ບົດ​ລາຍ​ງານ​ຊີ້​ໃຫ້​ເຫັນ​ວ່າ: ປະ​ເທດ​ແລະ​ປະ​ຊາ​ຊົນຢູ່​ໃນ​ໂລກ​ນັບ​ມື້​ນັບ​ຫຼາຍ​ໄດ້​ຮັບ​ຮູ້​​ຢ່າງ​ຈະ​ແຈ້ງວ່າ: ປະ​ຊາ​ທິ​ປະ​ໄຕ​ແບບ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​​ເປັນ​ຕົວ​ແທນ​ໃຫ້​ກັບ​ທິດ​ທາງ​ການ​ພັດ​ທະ​ນາ​​ປະ​ຊາ​ທິ​ປະ​ໄຕ​ຂອງ​ໂລກໃນ​ອະ​ນາ​ຄົດ​ໄດ້. ປະ​ຊາ​ຊົນ​ຂອງ​ບັນ​ດາ​ປະ​ເທດ​ຄວນ​ແລະ​ກໍ່​ສາ​ມາດ​ເດີນ​ຕາມ​ເສັ້ນ​ທາງ​ການ​ພັດ​ທະ​ນາ​ປະ​ຊາ​ທິ​ປະ​ໄຕ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ຕົນບົນ​ພື້ນ​ຖານ​ເອ​ກະ​ລາດ​ແລະ​ເປັນ​ເຈົ້າ​ຕົນ​ເອງ,ອຸ​ທິດ​ສະ​ຕິ​ປັນ​ຍາ​ແລະ​ກຳ​ລັງ​ເຂົ້າ​ໃນ​ການ​ສ້າງ​ຄວາມ​ສີ​ວິ​ໄລ​ດ້ານ​ການ​ເມືອງ​ປະ​ເພດ​ຕ່າງໆຂອງ​ມວນ​ມະ​ນຸດ​ໃຫ້​ມີ​ຄວາມ​ອຸ​ດົມ​ສົມ​ບູນ.

ຄຳ​ເຫັນ

0