尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄພ​ນ້ຳ​ຖ້ວມ​ຢູ່​ມາ​ເລ​ເຊຍ​ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ມີ​ຜູ້ເສຍ​ຊີ​ວິດ 27 ຄົນ

2021-12-23 17:12:53 cri

      ສຳ​ນັກ​ຂ່າວ​ສານ​ແຫ່ງ​ຊາດ​ມາ​ເລ​ເຊຍ​ໄດ້​ລາຍ​ງານ​ໃນ​ວັນ​ທີ 22 ທັນ​ວາ​ນີ້​ວ່າ: ຝົນ​ຕົກ​ໜັກ​ຢ່າງ​ຕໍ່​ເນື່ອງ​ທີ່​​ເກີດ​ຂຶ້ນ​ຢູ່​ຫຼາຍ​ແຫ່ງ​ຂອງປະ​ເທດ​ມາ​ເລ​ເຊຍ​ໃນ​ອາ​ທິດ​ທີ່​ຜ່ານ​​ມາ​ໄດ້​ເຮັດ​ໃຫ້​ເກີດ​ມີ​ໄພ​ນ້ຳ​ຖ້ວມ​ຢ່າງ​ຮ້​າຍ​ແຮງ,ປັດ​ຈຸ​ບັນ,ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ​ເປັນ 27 ຄົນ.

      ຂ່າວ​ລາຍ​ງານ​ວ່າ: ​ຢູ່ລັດ​ນິ​ກີ​ຣີ​ ສະ​ລັງ​ງໍ ທີ່​ເປັນ​ເຂດ​ປະ​ສົບ​ໄພ​ຢ່າງ​ໜັກ​ໜ່ວງ​ນັ້ນ​ໄດ້​ມີ​ຜູ້​ເສຍ​ຊີ​ວິດ 20 ຄົນ, ລັດ​ປາ​ຮາງ​ໄດ້​​ມີລາຍ​ງານ​ວ່າ​ມີ​ຜູ້​ເສຍ​ຊີ​ວິດ 7 ຄົນ. ນີ້​ແມ່ນ​ຄວາມ​ເສຍ​ຫາຍ​ຄັ້ງ​ໜຶ່ງ​ທີ່​ມີ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໄພ​ນ້ຳ​ຖ້ວມ​ຢູ່​ມາ​ເລ​ເຊຍ​ຫຼາຍ​ສຸດ​ນັບ​ແຕ່​ປີ 2014 ເປັນ​ຕົ້ນ​ມາ.

      ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ທ່ານ ອິ​ສ​ມາຍ ​ຊາບ​ຣິ ຢາ​ໂຄບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ປະ​ກາດ​ວ່າ: ລັດ​ຖະ​ບານ​ຈະ​ເບີກ​ງົບ​ປະ​ມານ 100 ລ້ານ​ລິງ​ກິດ(ປະ​ມານ 23,74 ລ້ານ​ໂດ​ລາ​ສະ​ຫະ​ລັດ)ເພື່ອ​ນຳ​ໃຊ້​ເຂົ້າໃນ​ການ​ສ້ອມ​ແປງ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ໄດ້​ຮັບ​ຜົນ​​ເສຍ​ຫາຍຈາກ​ໄພ​ນ້ຳ​ຖ້ວມ, ແຕ່​ລະ​ຄອບ​ຄົວ​ທີ່​ປະ​ສົບ​ໄພ​ຈະ​ໄດ້​ຮັບ​ເງິນ​ອຸດ​ໜູນ 1 ພັນ​ລິງ​ກິດ(ປະ​ມານ 237 ໂດ​ລາ) ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​​ສ້ອມ​ແປງ​ເຮືອນ​ຂອງ​ຕົນ.

ຄຳ​ເຫັນ

0