蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ນັກ​ວິ​ທະ​ຍາ​ສາດແລະ​ວິ​ສະ​ວະ​ກອນ​ເກືອບ 700 ທ່ານ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ຫຼຸດ​ຈຳ​ນວນ​ອາ​ວຸດ​ນີວ​ເຄຼຍ​ໃຫ້​ໜ້ອຍ​ລົງ

2021-12-23 12:29:49 CRI

     ຫວ່າງ​ກ່ອນນີ້ບໍ່​ດົນ, ນັກ​ວິ​ທະ​ຍາ​ສາດ​ແລະ​ນັກ​ວິ​ສະວະ​ກອນເກືອບ 700 ທ່ານ​ເຊິ່ງ​ລວມ​ທັງ​ຜູ້​ໄດ້​ຮັບ​ລາງວັນ​ໂນ​ເບນ 21 ທ່ານ ແລະບັນ​ດິດຂອງ​ສະ​ພາ​ບັນ​ດິດວິ​ທະ​ຍາ​ສາດ​ຫຼື​ສະ​ພາ​ບັນ​ດິດ​ວິ​ສະ​ວະ​ກຳ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ 88 ທ່ານໄດ້ຮ່ວມ​ກັນຍື່ນ​ຄຳ​ຮຽກ​ຮ້ອງ​ໄປ​ຍັງທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ ໂດຍ​ຮຽກ​ຮ້ອງ​ໃຫ້ທ່ານ​ປະ​ທາ​ນາ​ທິ​ບໍ​ດີໂຈ ໄບ​ເດັນຫຼຸດ​ຈຳ​ນວນ​ອາ​ວຸດ​ນີວ​ເຄຼຍ​ແລະ​ປະ​ກາດ​ນະ​ໂຍ​ບາຍ​ທີ່​ຈະບໍ່​ນຳ​ໃຊ້​ອາ​ວຸດ​ນີວ​ເຄຼຍ​ກ່ອນ​ໝູ່ ໃນ​ເວ​ລາ​ພິ​ຈາ​ລະ​ນາ​ສະ​​ພາ​ວະ​ການ​ດ້ານນີວ​ເຄຼຍ.

     ວັນ​ທີ 22 ທັນ​ວານີ້, ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີ​ນ​ໄດ້ກ່າວ​ກ່ຽວ​ກັບ​ເລື່ອງນີ້​ວ່າ: ນັກ​ວິ​ທະ​ຍາ​ສາດ​ແລະວິ​ສະ​ວະ​ກອນ​ເຫຼົ່າ​ນີ້​ໄດ້​ຕັ້ງ​ໜ້າ​ປະ​ກອບ​ຄວາມ​ເຫັນ​ແລະ​ມີ​ຂໍ້​ສະ​ເໜີ, ໂດຍຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ຣິ​ກາ​ນຳ​ໃຊ້​ນະ​ໂຍ​ບາຍ​ນີວ​ເຄຼຍ​ທີ່​ມີ​ຄວາມ​ລະ​ມັດ​ລະ​ວັງ​ແລະ​ມີ​ສະ​ຕິ, ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ພວກ​ທ່ານເຫຼົ່າ​ນີ້​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ສັນ​ຕິ​ພາບ​ແລະ​ຄວາມ​ໝັ້ນ​ຄົງ​ຂອງ​ໂລກ. ລັດ​ຖະ​ບານອາ​ເມ​ຣິ​ກາ​ຄວນ​ຮັບ​ຟັງແລະ​ຕອບ​ສະ​ໜອງສຽງ​ຮຽກ​ຮ້ອງ​ຂອງ​ປະ​ຊາ​ຊົນ​ອາ​ເມ​ຣິ​ກາ​ກໍ​ຄື​ປະ​ຊາ​ຊົນໃນ​ໂລກ​ຢ່າງ​ຕັ້ງ​ໃຈ, ນຳ​ໃຊ້​ນະ​ໂຍ​ບາຍ​ນີວ​ເຄຼຍ​ທີ່​ມີ​ສະ​ຕິ​ແລະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຫຼາຍກວ່າ​ເກົ່າ, ປະ​ຕິ​ບັດ​ໜ້າ​ທີ່​ເທົ່າ​ທີ່​ຄວນ​ເພື່ອ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ດ້ານ​ຍຸດ​ທະ​ສາດ​ຂອງ​ໂລກ​ ​ຊຸກ​ຍູ້​ສັນ​ຕິ​ພາບ​ແລະ​ຄວາມໝັ້ນ​ຄົງ​ຂອງ​ໂລກ.

ຄຳ​ເຫັນ

0