尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ເວ​ທີ​ສາ​ກົນ

2021-12-24 11:18:41 cri

ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ແມ່ນ​ປັດ​ໄຈ​ທີ່​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ເວ​ທີ​ສາ​ກົນ_fororder_微信图片_20211224111827

      ວັນ​ທີ 23 ທັນ​ວາ​ນີ້, ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ໃນ​ງານ​ລ້ຽງສັງ​ສັນ​ປະ​ຈຳ​ປີ​ຂະ​ໜາດ​ໃຫຍ່​ສຳ​ລັບ​ນັກ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມົ​ສ​ກູ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ບໍ່​ພຽງ​ແຕ່​ໄດ້​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ປະ​ເທດ​ເທົ່າ​ນັ້ນ,​ຍັງແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ເວ​ທີ​ສາ​ກົນອີກ​ດ້ວຍ.

      ທ່ານ ປູ​ຕິນ ກ່າວ​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ການ​ສ້າງ​ຄວາມ​ໝັ້ນ​ທ່ຽງ​ໃຫ້​ແກ່​ເວ​ທີ​ສາ​ກົນ.​ການ​ພົວ​ພັນ​ຣັດ​ເຊຍ-ຈີນ​ແມ່ນຄູ່​ຮ່ວມ​ປະ​ສານ​ງານ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ເດັດ​ຂາດ​ເຊິ່ງບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​​ປະ​ຫວັດ​ສາດ. ຈີນ​ແມ່ນ​ຄູ່​ຮ່ວມ​ການ​ຄ້າ​ອັນ​ດັບ​ໜຶ່ງ​ຂອງ​ຣັດ​ເຊຍ,ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ສອ​ງ​ປະ​ເທດ​ໄດ້​ບັນ​ລຸ​ຫຼາຍກວ່າ  100 ຕື້​ໂດ​ລາ​ສະ​ຫະ​ລັດ,ສູງກວ່າລະ​ດັບ​ກ່ອນ​​ເກີດ​ມີການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

      ທ່ານ​ ປູ​ຕິນ ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນ, ຣັດ​ເຊຍ​ແລະ​ຈີນ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຄວາມ​​ໝັ້ນ​ຄົງ,ພ້ອມ​ທັງ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ,ການ​ລາດ​ຕະ​ເວນ​ຮ່ວມ​ທາງ​ອາ​ກາດ​ແລະ​ທາງ​ທະ​ເລ​ແລະ​ອື່ນໆ. ການ​ແລກ​ປ່ຽ​ນ​ການ​ຮ່ວມ​ມື​ລະ​ຫວ່າງ​ຣັດ​ເຊຍ-ຈີນ​ໃນ​ຂົງ​ເຂດ​ພະ​ລັງ​ງານ,ພະ​ລັງ​ງານ​ນິວ​ເຄ​ລຍ,ອາ​ວະ​ກາດ,ເຕັກ​ໂນ​ໂລ​ຊີ​ຂັ້ນ​ສູງ,​ຄວາມ​ສີ​ວິ​ໄລ,​ວຽກ​ງານຊາວ​ໜຸ່ມ,ການ​ສຶ​ກ​ສາ,ວັດ​ທະ​ນະ​ທຳ​ແລະ​ຂົງ​ເຂດ​ອື່ນໆ​ລ້ວນ​ແຕ່​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​​ຢ່າງ​ເປັນ​ຮູບ​ປະ​ທຳ.

ຄຳ​ເຫັນ

0