尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນີ​ເຊ​ຣີ​ທຳ​ລາຍວັກ​ຊີນ​ໂຄວິດ-19 ທີ່​ໝົດ​ອາ​ຍຸ​ທີ່​ໄດ້​ຮັບ​ຈາກເອີ​ຣົບ1 ​ລ້ານ​ຫຼອດ

2021-12-24 11:19:23 cri

      ຂ່າວ​ສານ​ອາ​ເປ​ຂອງ​ອາ​ເມ​ຣິ​ກາ​ລາຍ​ງານ​ໃນ​ວັນ​ທີ 23 ທັນ​ວາ​ນີ້​ວ່າ: ລັດ​ຖະ​ບານ​ນີ​ເຊ​ຣີ​ໄດ້​ຂົນ​ສົ່ງແກັດ​ວັກ​ຊີນ​ໂຄວິດ-19 ​ແວກ​ເຊ​ຟ​ເວ​ຣຍ​ຫຼື Vaxzevria ໄປ​ຖົມ​ຢູ່​ບ່ອນ​ຖິ້ມ​ຂີ້​ເຫຍື້ອ​ແຫ່ງ​ໜຶ່ງຢູ່​ຊານ​ເມືອງນະ​ຄອນ​ຫຼວງ​ອາ​ບູ​ຈາ,ເພື່ອ​​ທຳ​ລາຍວັກ​ຊີນ​ໂຄວິດ-19 ​ແວກ​ເຊ​ຟ​ເວ​ຣຍ 1,06 ລ້ານກວ່າ​ຫຼອດ​ທີ່​​ໝົດ​ອາ​ຍຸ​ໃນ​ເດືອນ​ພະ​ຈິກແລ້ວ​ນີ້, ວັກ​ຊີນ​ເຫຼົ່າ​ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງວັກ​ຊີນ​ໂຄວິດ-19 ​ໃນ​ຈຳ​ນວນ 2,59 ລ້ານ​ຫຼອດ​ທີ່​​ນີ​ເຊ​ຣີໄດ້​ຮັບ​ຈາກ​ເອີ​ຣົບ​ໃນ​ເດືອນ​ຕຸ​ລາ​ປີ​ນີ້.

      ບໍ​ລິ​ສັດ​ກະ​ຈາຍ​ສຽງ​​ຂອງ​ອັງ​ກິດ​ຫຼື BBC ໄດ້​ລາຍ​ງານ​ວ່າ​: ນີ​ເຊ​ຣີ​ບໍ່​ແມ່ນ​ປະ​ເທດ​ທຳ​ອິດ​ທີ່​ໄດ້​ທຳ​ລາຍ​ວັກ​ຊີນ​ໂຄວິດ-19 ທີ່​​ໝົດ​ອາ​ຍຸ​ແລ້ວ. ຕາມ​ສະ​ຖິ​ຕິ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ​ໃຫ້​ຮູ້ໃນ​ເດືອນ​ກໍ​ລະ​ກົດ​ປີ​ນີ້ວ່າ: ໃນ​​ເດືອນນັ້ນ, ຢູ່ 8 ປະ​ເທດ​​ໃນ​ທະ​ວີບອາ​ຟ​ຣິ​ກາ​ໄດ້​ມີ​ວັກ​ຊີນ​ໂຄວິດ-19 ປະ​ມານ 4,5 ແສນ​ຫຼອດ​ໝົດ​ອາ​ຍຸ​​ແລ້ວ. ປະ​ເທດມາ​ລາ​ວີ​ເຄີຍ​ໄດ້​ທຳ​ລາຍ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 20 ພັນ​ຫຼອດ​ຢ່າງ​ເປີດ​ເຜີຍ, ​ປະ​ເທດຊູ​ດັງ​ໃຕ້​ກໍ່​ໄດ້​ຖິ້ມວັກ​ຊີນ​ໂຄວິດ-19 ​ປະ​ມານ 60 ພັນ​ຫຼອດ,ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ກົງ​ໂກ​ກໍ່ໄດ້​ສົ່ງ​​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 1,3 ລ້ານ​ຫຼອດຄືນ​ໃຫ້​ແກ່​ແຜນ​ປະ​ຕິ​ບັດ​ງານ​ວັກ​ຊີນ​ໂຄວິດ-19 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫຼື COVAX ໂດຍ​ກົງ.

ຄຳ​ເຫັນ

0