蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນມີ​ເສົ​າ​ສົ່ງ​ສັນ​ຍານ 5G ຫຼາຍກວ່າ 1,396 ລ້ານ​ອັນ ມີຜູ້​ນຳ​ໃຊ້​ໂທ​ລະ​ສັບ 5G ຈຳ​ນວນ 497 ລ້ານ​ເລກ​ໝາຍ

2021-12-24 14:48:13 CRI

ຈີນມີ​ເສົ​າ​ສົ່ງ​ສັນ​ຍານ 5G ຫຼາຍກວ່າ 1,396 ລ້ານ​ອັນ ມີຜູ້​ນຳ​ໃຊ້​ໂທ​ລະ​ສັບ 5G ຈຳ​ນວນ 497 ລ້ານ​ເລກ​ໝາຍ_fororder_204981646

     ຕອນ​ເຊົ້າ​ຂອງວັນ​ທີ 24 ທັນ​ວານີ້, ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື“ເມືອງ​ພັນ​ເມ​ກາບິດ”ຄັ້ງ​ປະ​ຖົມ​ມະ​ເລີກ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ຊີ່ງ​ຕາວ​ ປະ​ເທດ​ຈີນ.

     ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ໃນກອງ​ປະ​ຊຸມດັ່ງ​ກ່າວ, ທ່ານ​ຮານ​ເຊ້ຍ ຫົວ​ໜ້າວິ​ສະ​ວະ​ກອນຂອງກະ​ຊວງ​ອຸດ​ສາ​ຫະ​ກຳ​ແລະ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານຈີນ​ກ່າວ​ວ່າ: ນັບ​ມາ​ຮອດ​ທ້າຍ​ເດືອນ​ພະ​ຈິກ​ປີ 2021 ນີ້, ຈີນ​ມີ​ເສົາສົ່ງ​ສັນ​ຍານ 5G ຫຼາຍກວ່າ 1,396 ລ້ານ​ອັນ, ລະ​ບົບ 5G ໄດ້​ປົກ​ຫຸ້ມ​ຊົນ​ນະ​ບົດ​ນັບ​ມື້​ນັບ​ກວ້າງ​ຂວາງ; ມີ​ຜູ້​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື 5G ຈຳ​ນວນ 497 ລ້ານ​ເລກ​ໝາຍ ເຊິ່ງ​ໄດ້​ກວມ 30,3% ຂອງຈຳ​ນວນ​ຜູ້​ນຳ​ໃຊ້​ໂທ​ລະ​ສັບ​ມື​ຖື​ໃນ​ປະ​ເທດ​ຈີນ. ໃນ​ການ​ປະ​ດິດ​ສ້າງການ​ປະ​ຍຸກ​ໃຊ້, ໄດ້​ພັດ​ທະ​ນາການ​ນຳ​ໃຊ້ເຄືອ​ຂ່າຍ 5G ແລະ​ເຄືອ​ຂ່າຍ​ໃຍ​ແກ້ວ​ນຳແສງ​ທີ່​ມີ​ຄວາມ​ໄວລະ​ດັບ​ພັນ​ເມ​ກາ​ບິດເພື່ອ​ຮັບ​ໃຊ້​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ແລະ​ຂະ​ແໜງ​ການ​ສະ​ເພາະ, ຈີນ​ເປັນ​ປະ​ເທດ​ນຳ​ໜ້າ​ໂລກ​ໃນ​ການ​ພັດ​ທະ​ນາລະ​ບົບ 5G ແລະ​ຈຳ​ນວນ​ຜູ້​ນຳ​ໃຊ້ລະ​ບົບ 5G.

ຄຳ​ເຫັນ

0