蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຈີນ​ຮຽກ​ຮ້ອງ​ໃຫ້​ຄູ່​ຮ່ວມ​ມືສາ​ກົນ​ທັງ​ໝົດ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ​ອັ​ຟ​ກາ​ນິ​ສະ​ຖານ

2021-12-24 14:33:31 CRI

     ວັນ​ທີ 22 ທັນ​ວານີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ມະ​ຕິ 2615 ກ່ຽວ​ກັບການ​ຊ່ວຍ​ເຫຼືອ​ດ້ານມະ​ນຸດ​ສະ​ທຳ​ໃຫ້​ກັບອັ​ຟ​ກາ​ນິ​ສະ​ຖານ​ດ້ວຍ​ຄະ​ແນນ​ເຫັນ​ດີ​ທັງ​ໝົດ 15 ສຽງ.

     ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ທັນ​ວານີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນໄດ້​ກ່າວ​ກ່ຽວ​ກັບ​ເລື່ອງນີ້​ວ່າ: ໃນ​ການພິ​ຈາ​ລະ​ນາ​ກ່ຽວ​ກັບ​ມະ​ຕິ​ສະ​ບັບ​ນີ້, ມີ​ບາງປະ​ເທດ​ສະ​ມາ​ຊິກ​ສະ​ພາ​ຄວາມ​ໝັ້ນ​ຄົງ​ໄດ້​ວາງ​ຂໍ້​ຈຳ​ກັດ​ແລະ​ເງື່ອນ​ໄຂໃນການ​ຊ່ວຍ​ເຫຼືອດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ກັບອັ​ຟ​ກາ​ນິ​ສະ​ຖານ ເຊິ່ງບໍ່​ເປັນ​ໄປ​ຕາມ​ຈຸດ​ປະ​ສົງ​ໃນ​ເບື້ອງ​ຕົ້ນ.

     ຈີນ​ມີ​ຄວາມ​ເຫັນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ວ່າ: ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ໃຫ້​ກັບອັ​ຟ​ກາ​ນິ​ສະ​ຖານບໍ່​ໄດ້ຝ່າ​ຝືນ​ກັບ​ມະ​ຕິ​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ແຕ່​ປະ​ການ​ໃດ, ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ພາຍ​ໃຕ້​ກໍ​ລະ​ນີ​ໃດ​ກໍ່​ບໍ່​ຄວນ​ມີ​ເງື່ອນ​ໄຂທາງ​ດ້ານ​ການ​ເມືອງ, ຍິ່ງບໍ່​ຄວນຫັນ​ເປັນ​ບັນ​ຫາ​ການ​ເມືອງ. ຈີນ​ໄດ້​ໃຫ້​ຄວາມ​ສຳ​ຄັນໃນ​ລະ​ດັບ​ສູງ​ຕໍ່ສະ​ພາບ​ດ້ານມະ​ນຸດ​ສະ​ທຳ​ຢູ່​ອັ​ຟ​ກາ​ນິ​ສະ​ຖານ, ໄດ້​ຊ່ວຍ​ອັ​ຟ​ກາ​ນິ​ສະ​ຖານ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ເສດ​ຖະ​ກິດ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ດ້ວຍ​ຫຼາຍ​ຮູບ​ແບບ, ພ້ອມ​ກັນ​ນັ້ນ, ກໍ່​ໄດ້ສະ​ໜັບ​ສະ​ໜູນອົງ​ການ​ສະ​ຫະ​ປະ​ຊາ​ຊາດເສີມ​ຂະ​ຫຍາຍ​ບົດ​ບາດເປັນ​ຜູ້​ປະ​ສານ​ງານ​ຫຼາຍກວ່າ​ເກົ່າ, ຮຽກ​ຮ້ອງ​ໃຫ້​ຄູ່​ຮ່ວມ​ມືສາ​ກົນ​ທັງ​ໝົດ​ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອອັ​ຟ​ກາ​ນິ​ສະ​ຖານ.​

ຄຳ​ເຫັນ

0