黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຄັດ​ຄ້ານ​ການ​ລົງ​ນາມ​ອັນ​ທີ່​ເອີ້ນ​ວ່າ: “ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”

2021-12-24 19:40:16 cri

ວັນ​ທີ 23 ທັນ​ວາ​ນີ້, ອາ​ເມ​ຣິ​ກາໄດ້​ລົງ​ນາມ​ອັນ​ທີ່​ເອີ້ນ​ວ່າ: “ກົດ​ໝາຍ​ວ່າ​ດ້ວຍ​ການ​ປົກ​ປ້ອງ​ການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”. ກົດ​ໝາຍ​ດັ່ງ​ກ່າວ​ບໍ່​ໄດ້​ເອົາ​ຫົວ​ຊາ​ຕໍ່​ຄວາມ​ເປັນ​ຈິງ, ໃສ່​ຮ້າຍ​ປ້າຍ​ສີ​ສະ​ພາບ​​ສິ​ດ​ທິ​ມະ​ນຸດ​ຢູ່​ເຂດ​ຊິງ​ຈ່ຽງ ​ປະ​ເທດຈີນ, ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ​ແລະ​ຫຼັກ​ການ​ພື້ນຖານ​​ຂອງການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ, ເປັນ​ການ​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ອາດ, ຈີນ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ​ແລະ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​​ກັບເລື່ອງ​ນີ້.

ໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເນັ້ນ​ໜັກ​ອີກ​ເທື່ອ​ໜຶ່ງວ່າ: ວຽກ​ງານ​ເຂດ​​ຊີນ​ຈ່ຽງ​ແມ່ນ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ. ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ຕັດ​ສິນ​ໃຈ​​ປົກ​ປັກ​ຮັກ​ສາ​ອະ​ທິ​ປັດ​ໄຕ, ຄວາມ​ໝັ້ນ​ຄົງ​ແລະ​ຜົນ​ປະ​ໂຫຍດ​ດ້ານ​ການ​ພັດ​ທະ​ນາ​ຂອງ​ຕົນ​ຢ່າງ​ເດັດ​ດ່ຽວ. ຈີນ​ເຕືອນ​ໃຫ້​ອາ​ເມ​ຣິ​ກາ​ປ່ຽນ​ແປງ​ຄວາມ​ຜິດ​ພາດ​​ຂອງ​ຕົນທີ່​ສວຍ​ໃຊ້​ບັນ​ຫາ​ເຂດ​​ຊີນ​ຈ່ຽງ​ປະ​ເທດ​ຈີນ​ສ້າງ​ເລື່ອງ​ຂີ້​ຕົວະ​ຫຼອກ​ລວງ, ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ແລະ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ຈີນ. ຈີນ​ຈະ​​ສືບ​ຕໍ່​ຕອບ​ໂຕ​ໂດຍ​ອີງ​ຕາມ​ສະ​ພາບ​ການ​ກ່ຽວ​ກັບ​ເລື່ອງ​ນີ້.

ຄຳ​ເຫັນ

0