黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

CMG ປະ​ກວດ​ອອກ 10 ຂ່າວ​ເດັ່ນ​ດ້ານ​ເສດ​ຖະ​ກິດການ​ເງິນ​ພາຍ​ໃນ​ປະ​ເທດ​ຈີນ​ປີ 2021

2021-12-24 19:40:46 cri

 

  1. ຈີນ​​ໄດ້ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ 1; ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຮອບ​ດ້ານ, ຈີນ​ໄດ້​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ຢ່າງ​ຮອບ​ດ້ານ; ແຜນພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ຄັ້ງ​ທີ 14 ​ໄດ້ເລີ່ມ​ຕົ້ນ​ເປັນ​ຢ່າງ​ດີ.
  2. ຍອດ​ຈຳ​ນວນ​ຜົນ​ຜະ​ລິດ​​ທັນ​ຍາ​ຫານ​ຂອງ​ຈີນໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ອີກ​ຄັ້ງ​ໜຶ່ງ, ໄດ້​ຮັບ​ຜົນ​ເກັບ​ກ່ຽວ​​ທີ່ອຸ​ດົມ​ສົມ​ບູນ 18 ປີ​ລຽນ​ຕິດ, ຈີນ​ໄດ້​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວງ​ໃຫ້​ກັບ​ຄວາມ​ໝັ້ນ​​ຄົງ​ດ້ານ​ທັນ​ຍາ​ຫານ​ຂອງ​ໂລກ
  3. ປະ​ຊາ​ຊົນ​ຈີນ​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ຫຼາຍກວ່າ 2,7 ຕື້​ເຂັມ, ຈີນ​ໄດ້​ສ້າງ​ແນວ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ໃຫຍ່​ທີ່​ສຸດ​ໃນ​ໂລກ
  4. ການ​ຄ້າກັບ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ສືບ​ຕໍ່​ເຕີບ​ໂຕ​ຢ່າງວ່ອງ​ໄວ
  5. ແຂວງ​ເຈີ້​ຈ່ຽງ​ຂອງ​ຈີນ​ໄດ້​ສ້າງ​ເຂດ​ແບບ​​ຢ່າງ​ທີ່​ຮັ່ງ​ມີ​ຮ່ວມ​ກັນ, ນະ​ຄອນ​ເຊີນ​ເຈິ້ນ​​ໄດ້​ນຳ​ໜ້າ​ໃນ​ການສ້າງ​ເຂດ​ແບບ​ຢ່າງ​​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ​ເຂດ​​ຜູ້​ຕົ່ງ​ໃໝ່ໄດ້​ນຳ​ໜ້າ​ໃນ​ການ​ສາງ​ເຂດ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ
  6. ຈີນ​​ໄດ້ປະ​ກາດ “ຄວາມ​ເຫັນ​ຂອງ​ລັດ​​ຖະ​ບານ​ຈີນ​ກ່ຽວ​ກັບການ​ຈັດ​ຕັ້ງ​ປ​ະ​ຕິ​ບັດ​ແນວ​ຄວາມ​ຄິດ​ການ​ພັດ​ທະ​ນາ​ໃໝ່​ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ​ພາຍ​ໃນ​ເວ​ລາ​ກຳ​ນົດ​ກັບ​ການ​ປອດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດຢ່າງ​ຮອດ​ດ້ານ, ຖືກ​ຕ້ອງ​ແລະ​ຄົບ​ຖ້ວນ” “ແຜນ​ປະ​ຕິ​ບັດ​ງານ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດ​ໃຫ້​ເຖິງ​ລະ​ດັບ​ສູງ​ສຸດ​ກ່ອນ​ປີ 2030”
  7. ​ຈີນ​ໄດ້ເຮັດ​ໃຫ້​ລາ​ຄາ​ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ຖ່ານ​ຫີນ​ເປັນ​ໄປ​ຕາມ​ກົນ​ໄກ​ຕະ​ຫຼາດ​ເທື່ອ​ລະ​ກ້າວ, ຮັບ​ປະ​ກັນ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ຢ່າງ​ໝັ້ນ​ທ່ຽງ.
  8. ສະ​ຖາ​ນີ​ອະ​ວະ​ກາດ​ຂອງ​ຈີນ​ໄດ້ເປີດ​​ນຳ​ໃຊ້​ແລ້ວ, ຍານ​ອະ​ວະ​ກາດ “ຖ່ຽນ​ເວີ້ນ 1” ​ໄດ້ລົງ​ຈອດ​ຢູ່​ພື້ນ​ຜິວ​ດາວ​ອັງ​ຄານ​ຢ່າງ​ສຳ​ເລັດ​ຜົນ
  9. ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ
  10. ກົມ​ຕ້ານ​ການ​ຜູກ​ຂາດ​ແຫ່ງ​ຊາດ​ຈີນ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ

ຄຳ​ເຫັນ

0