ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕາມສຳນັກຂ່າວສານຂອງ ສ.ເກົາຫຼີ ລາຍງານວ່າ, ລັດຖະບານ ສ.ເກົາຫຼີ ໄດ້ປະກາດແຈ້ງການໃນວັນທີ 24 ທັນວານີ້ວ່າ: ທ່ານນາງ ປັກກິນເຮ ອະດີດປະທານາທິບໍດີ ສ.ເກົາຫຼີ ຈະໄດ້ຮັບການອະໄພຍະໂທດພິເສດຈາກທ່ານ ມູນເຈອິນ ປະທານາທິບໍດີ ສ.ເກົາຫຼີ ຊຸດປັດຈຸບັນໃນວັນທີ 31 ທັນວານີ້.
ຂ່າວລາຍງານວ່າ: ລັດຖະບານ ສ.ເກົາຫຼີ ໄດ້ພິຈາລະນາເຖິງສະພາບສຸຂະພາບທີ່ບໍ່ດີຂອງທ່ານນາງ ປັກກິນເຮ ຈຶ່ງເຫັນດີໃຫ້ມີການອະໄພຍະໂທດດັ່ງກ່າວ. ນອກຈາກນີ້ແລ້ວ, ທ່ານ ລີມຽງບັກ ອະດີດປະທານາທິບໍດີ ສ.ເກົາຫຼີ ບໍ່ໄດ້ຮັບການພິຈາລະນາໃຫ້ຢູ່ໃນບັນຊີລາຍຊື່ຜູ້ທີ່ໄດ້ຮັບການອະໄພຍະໂທດ.
ວັນທີ 14 ມັງກອນປີນີ້, ສານສູງສຸດຂອງ ສ.ເກົາຫຼີ ໄດ້ຕັດສິນໃນຂັ້ນຕອນສຸດທ້າຍກ່ຽວກັບຄະດີຜູ້ໃກ້ຊິດກັບທ່ານນາງ ປັກກິນເຮໃນຂໍ້ຫາປ່ອຍໃຫ້ຄົນໃກ້ຊິດແຊກແຊງວຽກງານການເມືອງແລະຄະດີຮັບສິນບົນ,ໂດຍໄດ້ຕັດສິນນາງ ປັກກິນເຮ ຕິດຄຸກເປັນເວລາ 20 ປີ,ແລະປັບໃໝ 18 ຕື້ວອນ,ທວງຄືນ 3,5 ຕື້ວອນ. ນອກນີ້, ນາງ ປັກກິນເຮ ຍັງໄດ້ຖືກຕັດສິນຕິດຄຸກ 2 ປີຍ້ອນໄດ້ລະເມີດກົດໝາຍວ່າດ້ວຍການເລືອກຕັ້ງຕຳແໜ່ງຂອງລັດ, ສະນັ້ນອາຍຸການຕິດຄຸກຂອງນາງ ປັກກິນເຮ ລວມທັງໝົດແມ່ນ 22 ປີ.
ຄຳເຫັນ
0