黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບຸກຄົນທີ່ຈະເດີນທາງມາເຂົ້າຮ່ວມງານກິລາໂອລິມປິກລະດູຫນາວປັກກິ່ງຈະຕ້ອງໄດ້ສັກວັກຊີນໂຄວິດ-19 ຄົບຊຸດກ່ອນ

2021-12-24 11:44:07 CRI

ລັດຖະບານຈີນໄດ້ຈັດກອງປະຊຸມຖະແຫລງຂ່າວໃນຕອນເຊົ້າວັນທີ 23 ທັນວາ ນີ້ ໂດຍໄດ້ແນະນຳເນື້ອໃນທີ່ກ່ຽວຂ້ອງຂອງ “ປຶ້ມຄູ່ມືການປ້ອງກັນພະຍາດ ໂຄວິດ-19 ໃນໄລຍະຈັດງານກິລາໂອລິມປິກລະດູຫນາວ ແລະ ງານກິລາໂອລິມປິກຄົນພິການລະດູຫນາວປັກກິ່ງ” ສະບັບທີ 2.

ທ່ານຫວງຊຸ່ນ ຮອງຫົວຫນ້າຫ້ອງກການປ້ອງກັນ ແລະຄວບຄຸມພະຍາດໂຄ ວິດ-19 ຂອງຄະນະກຳມະການຈັດງານກິລາໂອລິມປິກລະດູຫນາວປັກກິ່ງ ກ່າວວ່າ: ສຳລັບຄົນຕ່າງປະເທດທີ່ເດີນທາງມາເຂົ້າຮ່ວມງານກິລາໂອລິມປິກລະດູຫນາວປັກກິ່ງ ຕ້ອງປະຕິບັດດັ່ງນີ້:ຫນຶ່ງ, ຮຽກຮ້ອງໃຫ້ແຕ່ລະຄົນດາວໂຫລດ APP ງານກິລາໂອລິມປິກລະດູຫນາວກ່ອນຈະເດີນທາງມາປະເທດຈີນ 14 ມື້ ແລະ ແຕ່ລະມື້ຕ້ອງຕິດຕາມສຸຂະພາບຕົນເອງ. ສອງ, ກ່ອນຈະເດີນທາງມາປະເທດຈີນ 14 ມື້, ຕ້ອງສັກວັກຊີນໃຫ້ຄົບຊຸດກ່ອນ. ສາມ, ພາຍໃນເວລາ 96 ຊົ່ວໂມງທີ່ຖ້ຽວບິນຂອງຕົນຈະບິນຂຶ້ນ ຕ້ອງກວດນິວຄຼີອິກຫາເຊື້ອພະຍາດ 2 ເທື່ອ. ສີ່, ຜູ້ເຄີຍຕິດພະຍາດໂຄວິດ-19 ກ່ອນເດີນທາງມາປະເທດຈີນນັ້ນ, ນອກຈາກຕ້ອງກວດນິວຄຼີອິກຫາເຊື້ອພະຍາດແລ້ວ ຍັງຕ້ອງຍື່ນເອກະສານຜົນກວດທີ່ກ່ຽວຂ້ອງກັບປະຫວັດການຕິດແປດພະຍາດໃຫ້ຄະນະກຳມະການຈັດງານກິລາໂອລິມປິກລະດູຫນາວປັກກິ່ງກ່ອນ 8 ມື້ຕາມເວລາລັດຖະການ. ຫ້າ, ໃນເວລາເຂົ້າປະເທດຈີນ, ຍັງຕ້ອງກວດເຊື້ອດ້ວຍການໃຊ້ໄມ້ສຳລີແຍ່ເຂົ້າຄໍແລະດັງເພື່ອເກັບຕົວຢ່າງ ດ້ວຍການກວດນິວຄຼີອິກຫາເຊື້ອພະຍາດຢູ່ດ່ານເຂົ້າເມືອງຂອງສະຫນາມບິນ.

ຄຳ​ເຫັນ

0