尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ກາ​ແດງ​​ຈີນໃຫ້​ການ​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 2 ແສນ​ຫຼອດ​ໃຫ້​ກັບ​ມຽນ​ມາ

2021-12-24 11:20:11 cri

图片默认标题_fororder_1943349429405371124

      ວັກ​ຊີນ​ໂຄວິດ-19 ຂອງ​ບໍ​ລິ​ສັດ​ການ​ຢາ​ແຫ່ງ​ຊາດ​ຈີນ​ຫຼື​ຊີ​ໂນ​ຟາມ 2 ແສນ​ຫຼອດ​ທີ່​ສະ​ພາ​ກາ​ແດງ​ຈີນ​ໃຫ້​ການ​ຊ່ວຍ​ເຫຼືອ​ສະ​ພາ​ກາ​ແດງ​ມຽນ​ມາ​ໄດ້​​ຖືກຂົນ​ສົ່ງ​ໄປ​ຮອດ​ນະ​ຄອນ​ຢາງ​ກຸ້ງ​ປະ​ເທດ​ມຽນ​ມາ​ໃນ​ວັນ​ທີ 23 ທັນ​ວາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ.
图片默认标题_fororder_1448072376756814504

      ນັບ​ແຕ່​​ເກີດ​ມີ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນ​ຕົ້ນ​ມາ, ອີງ​ຕາມ​ການ​ຈັດ​ວາງ​ຂອງ​ສະ​ພາ​ກາ​ແດງ​ຈີນ, ກອງ​ທຶນ​ສະ​ພາ​ກາ​ແດງ​ຈີນ​ໄດ້​ຜ່ານ​ຜ່າ​ຄວາມ​ຫຸ​ຍ້ງ​ຍາກ​ຈາກ​ການ​ຂົນ​ສົ່ງສິນ​ຄ້າ​ສາ​ກົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ,​ແລະ​ສະ​ໜອງ​ເຄື່ອງ​ແລະ​ເງິນ​ຊ່ວຍ​ເຫຼືອ​ມະ​ນຸດ​ສະ​ທຳ​ທັງ​ໝົດ 77 ງວດ​ໃຫ້​ແກ່ 54 ປະ​ເທດ. ໃນ​ນັ້ນ, ໄດ້​ຊ່ວຍ​ເຫຼືອ​ວັກ​ຊີນ​ໂຄວິດ-19 ທັງ​ໝົດ 1,6 ລ້ານ​ຫຼອດ​ໃຫ້​ກັບ 12 ປະ​ເທດ.

ຄຳ​ເຫັນ

0