吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະຊວງ​ການ​ຕ່າງປະ​ເທດ​ຈີນເລັ່ງທວງ​ໃຫ້​ຍີ່ປຸ່ນ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບຈີນຍີ່ປຸ່ນ​ສະໜັບ​ສະ​ໜູນ​ການຈັດ​ງານ​ກິລາ​ໂອ​ລິ​ມປິກ​ຂອງຝ່າຍ​ກົງ​ກັນ​ຂ້າມ​

2021-12-25 12:24:18 CRI

图片默认标题_fororder_北京冬奥会

 

       ​ ໃນ​ກອງ​ປະຊຸມ​ຂ່າວທີ່​ຈັດ​ຂຶ້ນໂດຍ​​ກະຊວງ​ການ​ຕ່າງປະ​ເທດ​ຈີນ ໃນ​ຕອນ​ບ່າຍ​ວັນ​ທີ 24 ທັນວາ​ນີ້, ມີ​ນັກ​ຂ່າວ​ຖາມ​ວ່າ: ທ່ານ​ມາ​ສຸໂນ ຮີ​ໂຣກາ​ຊຸ ​ເລຂາທິການ​ຂອງລັດຖະບານ​ຍີ່ປຸ່ນ​ກ່າວ​ວ່າ, ທ່ານ​ຢາ​ມາ​ຊິ​ຕາ ຢາ​ຊູ​ຮີ​ໂຣ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ຍີ່​ປຸ່ນ, ທ່ານ​ນາງ​ຮາ​ຊິ​ໂມ​ໂຕ ​ເຊ​ອິ​ໂກ ປະທານ​ຄະນະ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ໂຕ​ກຽວ​ ​ແລະ ທ່ານ​ໂມຣີ ກາ​ຊູ​ຢູຄີ ປະທານ​ຄະນະກຳມະການ​ໂອ​ລິ​ມປິກ​ຄົນ​ພິການ​ຍີ່ປຸ່ນ​ ຈະ​ເຂົ້າ​ຮ່ວມງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ແລະ ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິການ​ລະດູ​ໜາວ​ປັກ​ກິ່ງ. ແຕ່ຍີ່​ປຸ່ນບໍ່​ມີ​ແຜນ​ຈະສົ່ງ​ຄະນະ​ຜູ້​ແທນ ​ລັດຖະບານ. ​ນອກ​ນີ້ ຍັງ​ມີ​ຂ່າວ​ແຈ້ງວ່າ, ຄະນະ​ນັກ​ກິລາ​ຍີ່ປຸ່ນຈະ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ແລະ ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິກາ​ນລະດູ​ໜາວ​ປັກ​ກິ່ງ​ຕາມ​ແຜນ, ຈີນ​ມີຄວາມເຫັນແນວໃດຕໍ່​ເລື່ອງ​ນີ້​?


     ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ຍິນ​ດີ​ຕ້ອນຮັບ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງຄະນະກຳມະການ​ກິລາ​ໂອລິ​ມປິກ ພ້ອມ​ດ້ວຍນັກ​ກິລາຂອງ​ຍີ່ປຸ່ນ ມາ​ເຂົ້າ​ຮ່ວມ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ແລະ ງານ​ກິລາ​ໂອ​ລິ​ມປິກ​ຄົນ​ພິກາ​ນລະດູ​ໜາວ​ປັກ​ກິ່ງ. ພວກ​ຂ້າພະ​ເຈົ້າ​ເອົາ​ໃຈ​ໃສ່​ນຳ​ການສະ​ແດງ​ທ່າ​ທີ​ຂອງ​ລັດຖະບານ​ຍີ່ປຸ່ນ ​ແລະ ​ເລັ່ງທວງ​ໃຫ້​ຍີ່ປຸ່ນຈົ່ງ​ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ກ່ຽວ​ກັບຈີນແລະຍີ່ປຸ່ນ ຈະ​ສະໜັບ​ສະ​ໜູນ​ຝ່າຍ​ກົງ​ກັນ​ຂ້າມ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ ​ແລະ ບໍ່​ໃຫ້​ກິລາ​ຫັນ​ເປັນບັນຫາ​ການ​ເມືອງ.

ຄຳ​ເຫັນ

0