吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ບາຣ໌ກ່າວ​ວ່າ: ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ເຮັດ​ໃຫ້​ໂລກ​ເຕົ້າ​ໂຮມ​ກັນ

2021-12-25 12:17:45 CRI

ທ່ານ​ບາຣ໌ກ່າວ​ວ່າ: ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງ​ເຮັດ​ໃຫ້​ໂລກ​ເຕົ້າ​ໂຮມ​ກັນ_fororder_BAHE


   ຫວ່າງມໍ່ໆມານີ້, ທ່ານ​ໂທ​ມັສ ບາຣ໌ ປະທານ​ຄະນະ​ກຳມະການ​ໂອ​ລິ​ມປິກ​ສາກົນ​ ໄດ້ຂຽນ​ບົດ​ຄວາມ​​ລົງພິມໃນ​ວາລະສານ “ວິເຄາະ​ໂອ​ລິ​ມປິກ” ສະບັບຫຼ້າສຸດ ໂດຍລະບຸ​ວ່າ, ​ປັກ​ກິ່ງ​ຈະ​ຂຽນປະຫວັດສາດໜ້າໃໝ່ໃນໄວໆນີ້ ໂດຍຈະ​ກາຍ​ເປັນ​ຕົວ​ເມືອງແຫ່ງທຳອິດ ​ທີ່​​ເຄີຍ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ​ ​ແລະ ລະດູ​ໜາວ. ພວກ​ເຮົາ​​ເຊື່ອ​ວ່າ, ​ເພື່ອນ​ມິດ ​ແລະ ຄູ່ຮ່ວມມື​ຂອງ​ຈີນ​ ຍ່ອມ​ຈະຈັດ​ງານ​ກິລາ​ໂອລິ​ມປິກ​ລະດູ​ໜາວ​ທີ່​ໂດດ​ເດັ່ນຄັ້ງໜຶ່ງຢ່າງແນ່ນອນ.


    ທ່ານ​ ບາຣ໌ ກ່າວຕື່ມ​ວ່າ, ສະພາບ​ການແຜ່​ລະບາດ​ຂອງພະຍາດ​​ໂຄ​ວິດ-19 ຍັງ​ບໍ່​ທັນໄດ້​ສິ້ນ​ສຸດ​ລົງ ​​​ແຕ່ໂລກ​ຂອງ​ພວ​ກ​ເຮົາ​ຄືມີການ​ແບ່ງ​ແຍກ​ກວ່າ​ເກົ່າ​. ງານ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ​ປັກ​ກິ່ງປີ 2022 ຈະ​ເປັນ​​​ວາລະທີ່​ສຳຄັນເພື່ອເຕົ້າໂຮມທົ່ວໂລກ​​ເຂົ້າ​ກັນ​ດ້ວຍ​ຈິດ​ໃຈ​ສັນຕິພາບ, ມິດຕະພາບ ​ແລະ ຄວາມ​ສາ​ມັກ​ຄີ.

 

 

ຄຳ​ເຫັນ

0