何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ອອກ​ອັນ​ທີ່​ເອີ້ນ​ວ່າ​ກົດ​ໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ​ມີ​ເຈດ​ຕະ​ນາ​ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ເຂດ​ຊິ່ນ​ຈ່ຽງ

2021-12-26 16:56:17 CRI

ອາ​ເມ​ຣິ​ກາ​ອອກ​ອັນ​ທີ່​ເອີ້ນ​ວ່າ​ກົດ​ໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ​ມີ​ເຈດ​ຕະ​ນາ​ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ຖຽນ​ລະ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ເຂດ​ຊິ່ນ​ຈ່ຽງ_fororder_微信图片_20211226165654

ຫວ່າງ​ມໍ່ໆ​ມາ​ນີ້, ​ອາ​ເມ​ຣິ​ກາໄດ້​ອອກ​ອັນ​ທີ່​ເອີ້ນ​ວ່າ“ກົດ​ໝາຍ​ວ່າ​ດ້ວຍ​ການ​ ​ປ້ອງ​ກັນການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”​ ບົນ​ພື້ນ​ຖານ​ຂໍ້​ມູນ​​ປອມ ແລະ ມີຈຸດ​ປະ​ສົງ​ດ້ານ​ການ​ເມືອງ​ຂອງ​ຕົນ, ວົງ​ການ​ຕ່າງໆ​ຂອງ​ເຂດ​ຊິ່ນ​ຈ່ຽງ​ຈີນ​ໄດ້​ກ່າວ​ປະ​ນາມ​ຢ່າງ​ຮຸນ​ແຮງ ແລະ ຄັດ​ຄ້ານ​ຢ່າງ​ເດັດ​ຂາດ​ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ.

 

ວົງ​ການ​ຕ່າງໆ​ຂອງ​ເຂດ​ຊິ່ນ​ຈ່ຽງ​ຈີນ​ກ່າວ​ວ່າ, “ກົດ​ໝາຍ”​ດັ່ງ​ກ່າວຂອງ​ອາ​ເມ​ຣິ​ກາມີ​ຈຸດ​ປະ​ສົງ​ທີ່​ແທ້​ຈິງ ແລະ ເຈດ​ຕະ​ນາ​ຊົ່ວ​ຮ້າຍ​ທີ່ຢາກ​ກົດ​ດັນ​ວິ​ສາ​ຫະ​ກິດ​ເຂດ​ຊິ່ນ​ຈ່ຽງ​ຂອງ​ຈີນ, ແລະ​ສ້າງ​ຜົນ​ກະ​ທົບ​ຕໍ່​ສະ​ຖຽນ​ລະ​ພາບ​ແລະ ການ​ພັດ​ທະ​ນາ​ຂອງ​ເຂດ​ຊິ່ນ​ຈ່ຽງ.

 

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ເຂດ​ຊິ່ນ​ຈ່ຽງ​ຈີນ​ໄດ້​ຍຶດ​ໝັ້​ນ​ຖື​ເອົາ​ການ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ເປັນ​ໂຄງ​ການທີ່​ໃຫຍ່​ທີ່​ສຸດ​ໃນ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ໃຫ້​ດີ​ຂຶ້ນ. ການ​ມີ​ເຈ​ຕະ​ນາ​ທີ່​ຢາກ​ທຳ​ລາຍ​​ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ເຂດ​ຊິ່ນ​ຈ່ຽງ​ດ້ວຍ​ການ​ເສກ​ສັນ​ປັ້ນ​ແຕ່ງ, ຈະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ອັນ​ໄພ​ສານ ​ລວມ​ທັງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຮັບ​ຮູ້​ເຖິງ​ທາດ​ແທ້​​ມະ​ຫາ​ອຳ​ນາດ​ຂອງ​ອາ​ເມ​ຣິ​ກາໄດ້​ຢ່າງ​ຈະ​ແຈ້ງກວ່າ​ເກົ່າ, ​ແລະ​ກໍ​ຈະ​ຖືກ​ສະ​ມາ​ຊິກ​ສ່ວນຫຼາຍ​ຂອງ​ປະ​ຊາ​ຄົມ​ໂລກ​​ທອດ​ຖິ້ມຢ່າ​ງ​ແນ່ນອນ.

ຄຳ​ເຫັນ

0