吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ອາ​ເມ​ຣິ​ກາ​ຍັງ​ຈະຮ້າຍ​ແຮງ​ຂຶ້ນ​ອີກ

2021-12-26 15:10:54 cri

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ອາ​ເມ​ຣິ​ກາ​ຍັງ​ຈະຮ້າຍ​ແຮງ​ຂຶ້ນ​ອີກ_fororder_美国

    ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ລາຍ​ງານ​ວ່າ: ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ເຮັດ​ໃຫ້​​ມີ​ການຂາດ​ເຂີນ​ພະ​ນັກ​ງານ​ປະ​ຕິ​ບັດ​ໜ້າ​ທີ່, ນັບ​ແຕ່​ວັນ​ທີ 24 ທັນ​ວາ​ເປັນ​ຕົ້ນ​ມາ, ຖ້ຽວ​ບິນ​ພາຍ​ໃນ​​ປະ​ເທດອາ​ເມ​ຣິ​ກາ ​ແລະຖ້ຽວ​ບິນ​ເຂົ້າ-ອອກ​ອາ​ເມ​ຣິ​ກາ​ມີ​ເກືອບ 1700 ຖ້ຽວ​ຖືກ​ຍົກ​ເລີກ.

    ປັດ​ຈຸ​ບັນ, ​ເຊື້ອ​ພະ​ຍາດ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”  ໄດ້​ກາຍ​ເປັນ​ສາຍ​ພັນຫຼັກ​ທີ່​ແຜ່​ລະ​ບາດ​ໃນ​ອາ​ເມ​ຣິ​ກາ,  ໄດ້​ແຜ່​ລາມ​ໄປ​ຮອດ​ 50 ລັດ​ທົ່ວ​ປະ​ເທດ ແລະ​ເຂດ​ພິ​ເສດວໍ​ຊີງ​ຕັນ. ຕົວ​ເລກ​ສະ​ຖິ​ຕິຂອງ​​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ​ການ​ບໍ​ລິ​ການ​ມວນ​ຊົນອາ​ເມ​ຣິ​ກາ​ສະ​ແດງ​ໃຫ້​ເຫັນ​ວ່າ: ວັນ​ທີ 24 ທັນ​ວາ​ນີ້, ອາ​ເມ​ຣິ​ກາ​ມີ​ຫລາຍກວ່າ 6,9 ໝື່ນ​ຄົນ​ໄດ້​ເຂົ້າ​ນອນ​ໂຮງ​ໝໍ​ຍ້ອນ​ເປັນ​ພະ​ຍາດ​ໂຄວິດ-19, ແຕ່​ໜຶ່ງ​ອາ​ທິດ​ຜ່າ​ນ​ມາ​​ຮອດ​ວັນ​ທີ 24 ທັນ​ວາ​ນີ້, ​ຈຳ​ນວນ​ຜູ້​ເປັນ​ພະ​ຍາດ​ໂຄວິດ-19ທີ່ນອນ​ໂຮງ​ໝໍ​ໃນ 12 ລັດໄດ້​ເພີ່ມຂຶ້ນ​ຢ່າງ​ໜ້ອຍ 10 %ເມື່ອ​ທຽບ​ກັບ​ໜຶ່ງ​ອາ​ທິດກ່ອນ​ນັ້ນ. ​ຜູ້​ຊ່ຽວ​ຊານ​ດ້ານ​ສາ​ທາ​ລະ​ນະ​ສຸກ​ອາ​ເມ​ຣິ​ກາ​ຕັກ​ເຕືອນ​ວ່າ: ຍ້ອນ​ມີ​ຊາ​ວ​ອາ​ເມ​ຣິ​ກາ​ຫຼາຍ​ສິບ​ລ້ານ​ຄົນ​ຍັງ​ບໍ່​ທັນ​ໄດ້​ສັກ​ວັກ​ຊີນ, ຄຽງ​ຄູ່​ກັບ​ເຊື້ອ​ພະ​ຍາດ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”  ​ແຜ່​ລະ​ບາດ​ໃນ​ບໍ​ລິ​ເວນກວ້າງ​ອອກ​ຕື່ມ​ອີກ, ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19ໃນ​ອາ​ເມ​ຣິ​ກາ​ຍັງ​ຈະ​ສືບ​ຕໍ່​ຮ້າຍ​ແຮງ​ຂຶ້ນ​ອີກ, ລະ​ບົບ​ການ​ປິ່ນ​ປົວ​ຂອງ​ອາ​ເມ​ຣິ​ກາ​ຈະ​ຜະ​ເຊີນ​ກັບ​ຄວາມ​ກົດ​ດັນ​ອັນ​ໜັກ​ໜ່ວງ.

 

ຄຳ​ເຫັນ

0