何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັນ​ທີ່​ເອີ້ນ​ວ່າ “ກົດໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ” ຂອງ​ອາ​ເມ​ຣິ​ກາ​ໄດ້​ບິດ​ເບືອນ​ຄວາມ​ຈິງ​ຢ່າງ​ຮ້າ​ຍ​ແຮງ

2021-12-26 11:29:39 CRI

ອັນ​ທີ່​ເອີ້ນ​ວ່າ “ກົດໝາຍ​ກ່ຽວ​ກັບ​ເຂດ​ຊິ່ນ​ຈ່ຽງ​ຈີນ” ຂອງ​ອາ​ເມ​ຣິ​ກາ​ໄດ້​ບິດ​ເບືອນ​ຄວາມ​ຈິງ​ຢ່າງ​ຮ້າ​ຍ​ແຮງ_fororder_W020211225708619763202_800

ກ່ຽວ​ກັບ​ເລື່ອງ​ທີ່​ອາ​ເມ​ຣິ​ກາ​ດື້​ດ້ານອອກ​ອັນ​ທີ່​ເອີ້ນ​ວ່າ “ກົດ​ໝາຍ​ວ່າ​ດ້ວຍ​ການ​ ​ປ້ອງ​ກັນການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”, ເພື່ອ​ແຊກ​ແຊງວຽກ​ງານ​ເຂດ​ຊິ່ນ​ຈ່ຽງ ​ກໍ​ຄື ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ບັງ​ບາດ, ​ໂດຍ​ມີເຈດ​ຕະ​ນາ​​ທີ່​ຢາກບັນ​ລຸ​ເປົ້າ​ໝາຍ​ທີ່​ໃຊ້​ບັນ​ຫາ​ຊິ່ນ​ຈ່ຽງ​ເພື່ອ​ສະ​ກັດ​ກັ້ນ​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຈີນ, ວັນ​ທີ 25 ທັນ​ວາ​ນີ້, ທ່ານ​ສີ​ກຸ້ຍ​ຊ້ຽງ, ໂຄ​ສົກ​​ອົງ​ການ​ປົກ​ຄອງ​ເຂ​ດ​ປົກ​ຄອງ​ຕົນ​ເອງ​ອຸຍ​ເກີ​ຊິ່ນ​ຈ່ຽງ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ກ່ຽວ​ກັບ​ບັນ​ຫາ​ຊິ່ນ​ຈ່ຽງ​ຈີນ​ວ່າ, ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ອາ​ເມ​ຣິ​ກາ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ລັດ​ທິ​ການ​ທຽວ​ໃຊ້​ອຳ​ນາດ​ຕໍ່​ປະ​ເທດ​ອື່ນ, ເປັນ​ການ​ຂະ​ຫຍາຍ​ຂອງ​​​ຕັກ​ກະ​ແບບໂຈນ​ ​, ແລະ​ເປັນ​ການ​ຟື້ນ​ຊີບ​ຄືນ​ໃໝ່​ຂອງ​ແນວ​ຄິດ​ສົງ​ຄາມ​ເຢັນ, ເປັນ​ສິ່ງ​ຜິດ​ພາດ​ທີ່​ສຸດ, ທັງ​ເປັນ​ການ​ກະ​ທຳ​ອັນ​ຕະ​ລາຍ​ທີ່​ບໍ່​ໄດ້​ໃຈ​ຄົນ​ໃນ​ທົ່ວ​ໂລກ.

 

ທ່ານ​ສີ​ກຸ້ຍ​ຊ້ຽງ​ກ່າວ​ວ່າ, ​ອັນ​ທີ່​ເອີ້ນ​ວ່າ “ກົດ​ໝາຍ​ວ່າ​ດ້ວຍ​ການ​ ​ປ້ອງ​ກັນການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”ໄດ້ ​ບິດ​ເບືອນ​ຄວາມ​ຈິງ​ດ້ານ​ການ​ອອກ​ແຮງ​ງານ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຢ່າງ​ຮ້າ​ຍ​ແຮງ. ພວກ​ເຮົາ​ເຫັນ​ວ່າ, ອາ​ເມ​ຣິ​ກາ​ອອກ​ອັນ​ທີ່​ເອີ້ນ​ວ່າ ກົດ​ໝາຍ​ກ່ຽວ​ກັບ​ຊິ່ນ​ຈ່ຽງ, ຈະ​ບໍ່​ສາ​ມາດ​ສ້າງ​ຜົນກະ​ທົບ​ເຖິງ​ຂະ​ບວນ​​ການ​ປະ​ຫວັດ​ສາດ​​ຂອງ​ການ​ພັດ​ທະ​ນາ ແລະ ຄວາມ​ກ້າວ​ໜ້າ​ຂອງ​ເຂດ​ຊິ່ນ​ຈ່ຽງ​ຈີນ​ໄດ້​ແມ່ນ​ແຕ່​ໜ້ອຍ, ​ແຕ່​ພັດໄດ້​ເປີດ​ເຜີຍ​ເຈດ​ຕະ​ນາ​ອັນ​ຊົ່ວ​ຮ້າຍ​ຂອງ​ເຂົາ​ເຈົ້າ​ທີ່​ອ້າງສິດ​ທິ​ມະ​ນຸດ​ເພື່ອ​ທຽວ​ໃຊ້​ມະ​ຫາ​ອຳ​ນາດ, ​ບໍ່​ແມ່ນເອົາ​ໃຈ​ໃສ່​​ຢ່າງ​ແທ້​ຈິງ ແຕ່​ຢາກທຳ​ລາຍ​​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊິ່ນ​ຈ່ຽງ. ສະ​ພາບ​ການ​ອອກ​ແຮງ​ງານ​ຢູ່​ເຂດ​ຊິ່ນ​ຈ່ຽງ​ຈີນ, ​ແມ່ນຕັດ​ສິນ​ໂດຍ​ຊາວ​ຜູ້​ອອກ​ແຮງ​​ງານບັນ​ດາ​ເຜົ່າ​​ຢູ່​ເຂດ​ຊິ່ນ​ຈ່ຽງ​, ​ແຕ່ບໍ່​ແມ່ນ​ໃຫ້​ອາ​ເມ​ຣິ​ກາ​ທີ່​ບິດ​ເບືອນ​ຄວາມ​ຈິງ​ແລ້ວ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ໂດຍ​ມີ​ເຈດ​ຕະ​ນາ​ຮ້າຍ​ແອບ​ແຝງ​ຢູ່​ເບື້ອງຫຼັງ.

 

ທ່ານ​ສີ​ກຸ້ຍ​ຊ້ຽງ​ຍັງກ່າວ​ຕື່ມ​ວ່າ, ​ອັນ​ທີ່​ເອີ້ນ​ວ່າ “ກົດ​ໝາຍ​ວ່າ​ດ້ວຍ​ການ​ ​ປ້ອງ​ກັນການ​ບັງ​ຄັບ​ຄົນ​ອຸ​ຍ​ເກີ​ອອກ​ແຮງ​ງານ”ໄດ້​ລະ​ເມີດ​ກົດ​ໝາຍ​ສາ​ກົນ ແລະ ຫຼັກ​ການ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ສາ​ກົນ​ຢ່າງ​ໜັກ​ໜ່ວງ.  “ການ​ບັງ​ຄັບ​ອອກ​ແຮງ​ງານ” ແມ່ນ​ຫຍັງ, ຈະ​ໃຫ້​​ໃຜ​ຕັດ​ສິນ​ວ່າ​ເປັນ “ການ​ບັງຄັບ​ອອກ​ແຮງ​ງານ” ນັ້ນ, ໄດ້​ລ​ະ​ບຸ​ໄວ້​ໃນ​ກົດ​ໝາຍ​ສາ​ກົນ​ຢ່າງ​ຈະ​ແຈ້ງ. ​ອາ​ເມ​ຣິ​ກາ​ບໍ່​ສາ​ມາດ​ນຳ​ໃຊ້​ກົດ​ໝາຍ​ສາ​ກົນ​ເພື່ອ​ກົດ​ດັນ​ເຂດ​ຊິ່ນ​ຈ່ຽງ​ຈີນ, ເລີຍປ່ຽນ​ມາ​ໃຊ້​ກົດ​ໝາຍ​ພາຍ​ໃນ​ປະ​ເທດ​ຕົນ​ເພື່ອ​​ວິ​ພາກວິ​ຈານ​ເຂດ​ຊິ່ນ​ຈ່ຽງ​ຈີນ, ເຊິ່ງ​ໄດ້​ເກີນ​ຂອບ​ເຂດ​ຂອງ​ກົດ​ໝາຍ, ​ແລະກ​າຍ​ເປັນ​ການຫຼິ້ນ​ເກມ​ການ​ເມືອງ​ເທົ່າ​ນັ້ນ.

 

ທ່ານ​ກ່າວຕໍ່​ໄປ​ວ່າ, ເຂດ​ຈິ່ນ​ຈ່ຽງ​ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ການ​ຈຳ​ແນກ​ຊົນ​ເຜົ່າ​ໃນ​ທຸກ​ຮູບ​ແບບ, ຫ້າມ​ບໍ່​ໃຫ້​ມີ​ການ​ບັງ​ຄັບ​ອອກ​ແຮງ​ງານ​ໃນ​ທຸກ​ຮູບ​ແບບ, ​ແລະ​ຮັບ​ປະ​ກັນ​ໃຫ້ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​​ໄດ້ອອກ​ແຮງ​ງານ​ຢ່າງ​ມີກຽດ​ສັກ​ສີ.

ຄຳ​ເຫັນ

0