何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຈະ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ

2021-12-26 15:08:39 CRI

 

ວັນ​ທີ 25 ທັນ​ວາ​ນີ້, ຂ່າວ​ສານ​ຕາ​ສ​ຂອງ​ຣັດ​ເຊຍ​ລາຍ​ງານ​ວ່າ, ທ່ານ​ດີ​ມີ​ຕ​ຣີ ເພັ​ສ​ຄົ​ຟ ​ໂຄ​ສົກ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ກ່າວ​ວ່າ, ການ​ເຂົ້າ​ຮ່ວມ​ພິ​ທີ​ເປີດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງຈະ​ເປັນ​ ຄັ້ງ​ທຳ​ອິດ​ທີ່​ທ່ານວ​ລາ​ຕີ​ເມຍ​ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ເດີນ​ທາງ​ໄປຢ້ຽມ​ຢາມ​ຕ່າງ​ປະ​ເທດ​​ໃນ​ປີ​ໜ້າ, ກໍ​ແມ່ນ​ການ​ເດີນ​ທາງ​ຢ້ຽມ​ຢາມຕ່າງ​ປະ​ເທດ​ພຽງ​ຄັ້ງ​ດຽວ​ໃນ​ວາ​ລະ​ການ​ເດີນ​ທາງຂອງ​ທ່ານວ​ລາ​ຕີ​ເມຍ ປູ​ຕິນ​ໃນ​ປີ 2022.

ຂະ​ນະ​ດຽວ​ກັນ, ທ່ານ​ ເພັ​ສ​ຄົ​ຟ​ຍັງ​ກ່າວ​ຕື່ມ​ວ່າ, ທ່ານ​ບໍ່​ມີ​ຄວາມ​ສົງ​ໄສ​ແມ່ນ​ແຕ່​ໜ້ອຍ​ດຽວວ່າ ຈີນ​ຈະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ດ້ວຍ​ລະ​ດັບ​ສູງ​ສຸດ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​ການ​ປ້ອງ​ກັນ ແລະ ຄວບ​ຄຸມ​ພະ​ຍາດ​ໂຄວິດ-19, ຕົນເຊື່ອ​ວ່າ ເມື່ອ​ເບິ່ງ​ຈາກ​ຄວາມ​ສາ​ມາດ ແລະ ລະ​ດັບ​ການ​ຈັດ​ຕັ້ງ​ຂອງ​ຈີນ​ແລ້ວ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ເປັນ​ສິ່ງ​ທີ່​ໜ້າ​ອັດ​ສະ​ຈັນ.

 

ຄຳ​ເຫັນ

0