吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ເທດ​ໄທ​ມີ 65 ຄົນ​ຕິດ​ເຊື້ອ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”

2021-12-26 15:09:49 cri

ປະ​ເທດ​ໄທ​ມີ 65 ຄົນ​ຕິດ​ເຊື້ອ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”_fororder_泰国

     ພະ​ແນກ​ສາ​ທາ​ລະ​ນະ​ສຸກ​ແຂວງ​​ກາ​ລະສິນ​ປະ​ເທດ​ໄທ​ໄດ້​ເຜີຍ​ໃຫ້​ຮູ້​ໃນ​ວັນ​ທີ 25 ທັນ​ວາ​ນີ້​ວ່າ: ແຂວງ​ດັ່ງ​ກ່າວ​ໄດ້ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”    ຈຳ​ນວນ​ຫລາຍ​ທີ່​ຕິດ​ແປດ​ຈາກ​ສອງ​ຜົວ​ເມຍ ​ທີ່​ເດີນ​ທາງ​ກັບ​ຄືນ​ໄທ​ຈາກ​ປະ​ເທດ​ແບ​ນ​ຊິກ, ​ປັດ​ຈຸ​ບັນ, ຜູ້​ຕິດ​ເຊື້ອ​ພະ​ຍາດສາຍ​ພັນ​ດັ່ງ​ກ່າວ​ໄດ້​ເພີ່ມ​ຂຶ້ນ​​ເປັນ 65 ຄົນ.

    ຂ່າວ​ແຈ້ງວ່າ: ສອງ​ຄົນ​ດັ່ງ​ກ່າວ​ໄດ້​ເຂົ້າ​ປະ​ເທດ​ໄທ​ຈາກ​ສະ​ໜາມ​ບິນ​ສຸ​ວັນ​ນະ​ພູມ​ສາ​ກົນ ໂດຍ​ຍົກ​ເວັ້ນ​ການ​ກັກ​ບໍ​ລິ​ເວນ​ໃນ​ວັນ​ທີ 10 ທັນ​ວາ​ນີ້,   ​ເວ​ລາ​ນັ້ນ,   ຜົນ​ກວດນິວ​ຄຼີ​ອິກ​ຫາ​ເຊື້ອ​ພະ​ຍາດ​ຫລັງ​ຈາກ​ເຂົ້າ​​ເມືອງເປັນ​ລົບ. ຫລັງ​ຈາກ​ນັ້ນ, ສອງ​ຄົນ​ດັ່ງ​ກ່າວ​ກໍ​​ສາ​ມາດ​ເຄື່ອນ​ໄຫວ​ຢ່າງ​ເສ​ລີ​, ​ເຂົາ​ເຈົ້າ​ໄດ້​ໄປ​ສະ​ຖານ​ທີ່​ສາ​ທາ​ລະ​ນະ​ຕ່າງໆ, ເຊັ່ນ: ສະ​ໜາມ​ບິນ, ຮ້ານ​ອາ​ຫານ, ອົງ​ການ​ລັດ​ຖະ​ບານ ແລະສູນ​ການ​ຄ້າ​ຕ່າງໆ, ໂດຍ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັບ​ 100 ກວ່າຄົນ. ສອງ​ຄົນ​ເລີ່ມ​ມີ​ອາ​ການ​ໃນ​ວັນ​ທີ 15 ທັນ​ວາ​ນີ້ ແລະໄດ້​ຖືກ​ບົ່ງ​ມະ​ຕິ​ຕິດ​​ເຊື້ອ​​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”  ໃນ​ວັນ​ທີ 21 ທັນ​ວາ​ນີ້. ຫລັງ​ຈາກ​ນັ້ນ, ​ເມື່ອ​ໄດ້ກວດ​ນິວ​ຄຼີ​ອິກຫ​າ​ເຊື້ອ​ພະ​ຍາດ​ໃຫ້​ກັບ 106 ຄົນ​ທີ່​ເປັນ​ຜູ້​​ຢູ່ໃກ້​ຊິດ​ສອງ​ຄົນ​ດັ່ງ​ກາວ, ກວດ​ພົບ 65 ຄົນ​ເປັນ​ພະ​ຍາດ​ໂຄວິດ-19, ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄທ​​ກວດ​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ-19​ສາຍ​ພັນ “ໂອ​ມີ​ຄ​ຣອນ”​ເປັນ​ກຸ່ມ​.

ຄຳ​ເຫັນ

0