吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຕີ​ຄວາມ​ໝາຍ​ຈາກສົນ​ທິ​ສັນ​ຍາ​ສາ​ກົນ​ແລ້ວ, ເຂດ​ຊິ່ນ​ຈ່ຽງ ສ​ປ ຈີນ​ບໍ່​ມີ​ສະ​ພາບ​ການ​ທີ່​ວ່າ “ອອກ​ແຮງ​ງານ​ແບບ​ບັງ​ຄັບ”

2021-12-26 14:46:06 cri

ຕີ​ຄວາມ​ໝາຍ​ຈາກສົນ​ທິ​ສັນ​ຍາ​ສາ​ກົນ​ແລ້ວ, ເຂດ​ຊິ່ນ​ຈ່ຽງ ສ​ປ ຈີນ​ບໍ່​ມີ​ສະ​ພາບ​ການ​ທີ່​ວ່າ “ອອກ​ແຮງ​ງານ​ແບບ​ບັງ​ຄັບ”_fororder_新疆

    ​ກ່ຽວ​ກັບສະ​ພາບ​ການ​ຮັບ​ປະ​ກັນ​ສິດ ແລະ​ຜົນ​ປະ​ໂຫຍດ​ຕ່າງ​ດ້ານ​ການ​ອອກ​ແຮງ​ງານຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຕາ​ມ​ກົດ​ໝາຍໃນ​ເຂດ​ຊິ່ນ​ຈ່ຽງ ສ​ປ ຈີນ, ວັນ​ທີ 26 ທັນ​ວາ​ນີ້,  ທ່ານ​ອີ່​ລີ້​ຈ່ຽງ ອາ​ນ້າ​ອີ່​ຖີ ໂຄ​ສົກ​ອົງ​ການ​ປົກ​ຄອງ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່​າ​ອຸຍ​ເກີ​ຊິ່ນ​ຈ່ຽງ ສ​ປ ຈີນ​ໄດ້ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ: ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ແມ່ນ​ປະ​ກອບ​ອາ​ຊີບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ​​ຫາວຽກ​ເຮັດ​ງານ​ທຳ​ດ້ວຍ​ຕົນ​ເອງ​ຢ່າງ​ເຕັມ​​ສ່ວນ​. ສິດ ແລະ​ຜົນ​ປະ​ໂຫຍດ​ຕ່າງໆຂອງຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ, ຄື: ເຜົ່າ​ອຸຍ​ເກີ​ເປັນ​ຕົ້ນ​ລ້ວນ​ແຕ່​ໄດ້ຮັບ​ການ​ປົກ​ປັກ​ຮັກ​ສາ​​ຈາກ​ກົດ​ໝາຍ​ຕ່າງໆ, ເຊັ່ນ:ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ກົດ​ໝາຍ​ວ່າ​ດ້ວຍ​ສັນ​ຍາ​ການ​ອອກ​ແຮງ​ງານ, ກົດ​ໝາຍອາ​ຍາ, ກົດ​ໝາຍ​ວ່າ​ດ້ວ​ຍ​ການ​ລົງ​ໂທດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ຄວາມ​ສະ​ຫງົບ, ກົດ​ໝາຍ​ວ່າ​ດ້ວຍ​ການ​ສົ່ງ​ເສີມ​ການ​ປະ​ກອບ​ອ​າ​ຊີບ, ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ກັນ​ໄພ​ສັງ​ຄົມ ແລະ​ອື່ນໆ.

    ທ່ານ​ອີ່​ລີ້​ຈ່ຽງ ອາ​ນ້າ​ອີ່​ຖີກ່າວ​ວ່າ: ບໍ່​ວ່າ​ແມ່ນ​ຕີ​ຄວາມ​ໝາຍ​ຈາກ​ສົນ​ທິ​ສັນ​ຍາ​ສ​າ​ກົນ, ​ຂໍ້​ກຳ​ນົດ​ຕ່າງໆ​ໃນ​ກົດ​ໝາຍ​ຂອງ​ປະ​ເທດ​ຈີນ  ຫຼື​ພິ​ຈາ​ລະ​ນາ​ຕາມ​ສະ​ພາບ​​ຄວາມ​ຈິງ​ແລ້ວ, ເຂດ​ຊິ່ນ​ຈ່ຽງ ສ​ປ ຈີນ​ບໍ່​ມີ​ສະ​ພາບ​ການ​ທີ່​ວ່າ “ອອກ​ແຮງ​ງານ​ແບບ​ບັງ​ຄັບ” ​ແຕ່​ຢ່າງ​ໃດ.

    ໜຶ່ງ: ສິດ​ປະ​ກອບ​ອາ​ຊີບ​ຢ່າງ​ສະ​ເໝີ​ພາບ​ຂອງ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ຢູ່ເຂດ​ຊິ່ນ​ຈ່ຽງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ກົດ​ໝາຍ.

    ສອງ: ຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​​ຢູ່​ເຂດ​​ຊິ່ນ​ຈ່ຽງປະ​ກອບ​ອາ​ຊີບ​ດ້ວຍ​ຄວາມ​ສະ​ໝັກ​ໃຈ ແລະ​​ຫາວຽກ​ເຮັດ​ງານ​ທຳ​ດ້ວຍ​ຕົນ​ເອງ,  ​ເສ​ລີ​ພາບ​ສ່ວນບຸກ​ຄົນ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ກົດ​ໝາຍ.

    ສາມ: ສິດ​ພັກ​ຜ່ອນ ແລະ​ພັກ​ວຽກຂອງຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​​ຢູ່​ເຂດ​​ຊິ່ນ​ຈ່ຽງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາ​ກ​ກົດ​ໝາຍ.

    ສີ່: ສິດ​ການ​ໄດ້​ຮັບ​ຄ່າ​ແຮງ​ງານ​ຂອງຜູ້​ອອກ​ແຮງ​ງານ​ບັນ​ດາ​ເຜົ່າ​​ຢູ່​ເຂດ​​ຊິ່ນ​ຈ່ຽງ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ກົດ​ໝາຍ.

    ຫ້າ: ຮີດ​ຄອງ​ປະ​ເພ​ນີ, ຄວາມ​ເຊື່ອ​ຖື​ດ້ານ​ສາ​ສະ​ໜາ, ພາ​ສາ ແລະ​ຕົວ​ໜັງ​ສື​ຂອງ​ປະ​ຊາ​ຊົນ​ຜູ້ອອກ​ແຮງ​ງານ​ບັນ​ດາ​ເຜົ່າຢູ່​ເຂດ​​ຊິ່ນ​ຈ່ຽງ​ລ້ວນ​ແຕ່​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາ​ກ​ກົດ​ໝາຍ.

ຄຳ​ເຫັນ

0