刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນເຜີຍ​ແຜ່ບົດ​ລາຍ​ງານ​​ຜົນການ​ຄົ້ນ​ຄວ້າກ່ຽວ​ກັບ​​ “ການ​ຫັນ​​ບັນ​ຫາສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ​ ເປັນ​ການ​ທຳ​ລາຍ​ພື້ນ​ຖານ​​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ”

2021-12-27 17:21:26 cri

 

ວັນ​ທີ 27 ທັນ​ວາ​ນີ້, ​ສະ​ມາ​ຄົມ​ຄົ້ນ​ຄວ້າ​ສິດ​ທະ​ມະ​ນຸດ​ຂອງ​ຈີນ​ໄດ້​​ເຜີຍ​ແຜ່ບົດ​ລາຍ​ງານ​ຜົ​ນການ​ຄົ້ນ​ຄວາ​​ກ່ຽວ​ກັບ “​ການ​ຫັນ​ບັນ​ຫາສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ ເປັນ​ການ​ທຳ​ລາຍ​ພື້ນ​ຖານ​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ” ໂດຍ​ຊີ້​ອອກວ່າ: ເພື່ອ​ຮັກ​ສາ​ຜົນ​ປະ​ໂຫຍດ​ດ້ານ​ການ​ເມືອງແລະ​​ຄວາມ​ເປັນ​ເຈົ້າ​ອຳ​ນາດ​​ໂລກ​ຂອ​ງ​ຕົນ, ອາ​ເມ​ຣິ​ກາໄດ້​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​​ຢູ່ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ​ສາ​ກົນ ເຊິ່ງ​​ໄດ້​ທຳ​ລາຍ​ພື້ນ​ຖານ​ສຳ​ຄັນ​ໃນ​ການ​ຄ້ຳ​ຊູ​ແລະ​ການ​ດຳ​ເນີນ​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ​ຂອງ​ໂລກ ທັງເປັນ​ໄພ​ຂົ່ມ​ຂູ່​ຢ່າງ​ຮ້າຍ​ແຮງ​ຕໍ່​ການ​ພັດ​ທະ​ນາ​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ໂລກ ເຊິ່ງ​ໄດ້​ສ້າງ​ຜົນ​ຮ້າຍ​ທີ່​ມີ​ລັກ​ສະ​ນະ​ທຳ​ລາຍ​ຢ່າງ​ຮ້​າຍ​ແຮງ​ທີ່​ສຸດ.

ບົດ​ລາຍ​ງານ​ດັ່ງ​ກ່າວ​ໄດ້​ລະ​ບຸ​ວ່າ: ອາ​ເມ​ຣິ​ກາ​ຫັນ​ບັນ​ຫາ​ສິດ​ທະ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ, ໄດ້​ສ້າງ​ຜົນ​ກະ​ທົບ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃຫ້​ກັບການຄຸ້ມຄອງ​ສິດ​ທິ​ມະ​ນຸດ​ໃນ​ທົ່ວ​ໂລກ, ໄດ້​ກີດ​ຂວາງ​ການ​ພັດ​ທະ​ນາ​ວຽກ​ງານ​ສິດ​ທິ​ມະ​ນຸດ​ສາ​ກົນ​​ທີ່ເປັນ​ປົກ​ກະ​ຕິ ເຊິ່ງ​ເຮັດ​ໃຫ້​ບາງ​ປະ​ເທດ​ໄດ້​ຕົກ​ເຂົ້າ​ສູ່​ສະ​ພາບ​ວຸ້ນ​ວາຍ, ທຳ​ລາຍ​​ນິ​ຍາມແລະ​ອຸ​ດົມ​ການ​ອັນ​ສູງ​ສົ່ງ​ດ້ານສິດ​ທິ​ມະ​ນຸດ. ອາ​ເມ​ຮິ​ກາໄດ້​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ​ໂດຍ​ຖື​​ບັນ​ຫາສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ, ລ່ວງ​ລ້ຳ​ອະທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ, ເຮັດ​ໃຫ້​ປະ​ເທ​ດ​ເຫຼົ່າ​ນີ້​ເກີດ​​ມີສົງ​ຄາມ ແລະ​ເຮັດ​ໃຫ້​ປະ​ຊາ​ຊົນ​ຈຳ​ນວນຫຼວງຫຼາຍເສຍ​ຊີ​ວິດ, ສ້າງ​ໄພ​ພິ​ບັດ​ດ້ານ​ສິດ​ທິ​ມະ​ນຸດ​ອີກ​ຄັ້ງ​ໃໝ່.

ບົດ​ລາຍ​ງານ​ຍັງ​ລະ​ບຸ​ຕື່ມ​ວ່າ: ຜົນ​ຮ້າຍ​ທີ່​ອາ​ເມ​ຣິ​ກາ​ຫັນ​​ບັນ​ຫາສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​ໄດ້​ເຮັດ​ໃຫ້​ຊາວ​ໂລກ​ນັບ​ມື້​ນັບ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ​ວ່າ: ​ການ​ທີ່ບໍ່​ຫັນ​​ບັນ​ຫາສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ ແມ່ນ​ພື້ນ​ຖານ​ແລະ​ປະ​ຖົມ​ປັດ​ໃຈ​ທີ່​ເຮັດ​ໃຫ້​ການ​​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ​ໃນ​ທົ່ວ​ໂລກ​ດຳ​ເນີນ​ໄປ​ໄດ້​ຢ່າງສະ​ດວກ, ການ​ປ້ອງ​ກັນ​ແລະ​ສະ​ກັດ​ກັ້ນ​ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ ເປັນ​ການ​ຮັບ​ປະ​ກັນ​ທີ່​ສຳ​ຄັນ​ເພື່ອ​ຊຸກ​ຍູ້​​ວຽກ​ງານ​ສິດ​ທິ​ມະ​ນຸດ​ຂອງ​ໂລກ​​ໃຫ້ພັດ​ທະ​ນາ​​ໄດ້ຢ່າງ​ປອດ​​ໃສ.

ຄຳ​ເຫັນ

0