刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທະ​ນາ​ຄານ​ລົງ​ທຶນພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 6 ປີ

2021-12-27 11:27:26 cri

 

ໃນ​ຖາ​ນະ​ເປັນ​ອົງ​ການ​ພັດ​ທະ​ນາຫຼາຍ​ຝ່າຍ​ແຫ່ງ​ທຳ​ອິດ​ໃນ​ໂລກ​ທີ່​ຈີນ​ເປັນ​ຜູ້​ລິ​ເລີ່ມ​ສ້າງ​ຂຶ້ນ, ປີ​ນີ້ ເປັນ​ປີ​ທີ່ທະ​ນາ​ຄານ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີຫຼື AIIB ໄດ້​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 6 ປີ. ຕະຫຼອດ 6 ປີ​​ໄລ​ຍະມາ​ນີ້, ທະ​ນາ​ຄານ AIIB ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​​ຕາມລັດ​ທິຫຼາຍ​ຝ່າຍ​ຢ່າງ​ຕັ້ງ​ໜ້າ ເຊິ່ງ​​ໄດ້​ກາຍເປັນ​ແບບ​ຢ່າງ​ໃໝ່​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ.

ຕະຫຼອດໄລ​ຍະ 6 ປີ​ມາ​ນີ້, ທະ​ນາ​ຄານ AIIB ໄດ້​ສຸມ​ຄວາມ​ພະ​ຍາ​ຍາມ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​ການ​ກໍ່​ສ້າງພື້ນ​ຖານ​ໂຄງ​ລ່າງ​ພ້ອມ​ດ້ວຍ​ພື້ນ​ຖານ​ໂຄງ​ລ່າງ​ການ​ຜະ​ລິດ​ອື່ນໆ​ຢູ່​ປະ​ເທດ​ແລະ​ເຂດ​ແຄ້ວນ​ທີ່​ພວມ​ພັດ​ທະ​ນາ​. ນັບ​ມາ​ຮອດ​ເດືອນ​ຕຸ​ລາ​ປີ​ນີ້, ທະ​ນາ​ຄານ AIIB ໄດ້​ອະ​ນຸ​​ມັດ 147 ໂຄງການ, ມູນ​ຄ່າ​ການ​ລົງ​ທຶນ​ມີຫຼາຍກວ່າ 28,97 ຕື້​ໂດ​ລາ​ສະ​ຫະ​ລັດ ໂດຍ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​​ປະ​ເທດ​ແລະ​ເຂດ​ແຄວ້ນ​ສະ​ມາ​ຊິກ​ 31 ແຫ່ງ​ຢູ່​ພາຍ​ໃນ​ພາກ​ພື້ນ​ແລະ​ນອກ​ພາກ​ພື້ນ. ນັບ​ແຕ່​ປີ​ກາຍ​ນີ້​ເປັນ​ຕົ້ນ​ມາ, ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢ່າງຮ້າຍ​ແຮງ​ໃນ​ທົ່ວ​ໂລກ, ທະ​ນາ​ຄານ AIIB ໄດ້​ໃຫ້​ເງິນ​ຊ່ວຍ​ເຫຼືອ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຮັບ​ມື​ກັບ​ເຫດ​ການ​ສາ​ທະ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ, ໄດ້​ສ້າງກອງ​ທຶນ​ຟື້ນ​ຟູ​ວິ​ກິດ​ການ​ໂຄວິດ-19 ທີ່​ມີ​ມູ​ນ​ຄ່າ 10 ຕື້​ໂດ​ລາ​ສະ​ຫະ​ລັດ ໂດຍ​ໄດ້​ຊ່ວຍ​ເຫຼືອ​ອົງ​ການ​ສາ​ທ​າ​ລະ​ນະ​ແລະ​ພາກ​ສ່ວນ​ທຸ​ລະ​ກິດເອ​ກະ​ຊົນ​ທີ່​ໄດ້​ຮັບ​ຜົນ​ກະ​ທົ​ບ​ຢ່າງ​ໜັກ​ໜ່ວງ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19 ນັ້ນ​ໃຫ້​ສາ​ມາດ​ລະ​ດົມ​ທຶນ​ໄດ້​ຢ່າງວ່ອງ​ໄວ.

ທ່ານ​ຈ່ຽງ​ເຢ້ຍ​ຊຸ່ນ ຫົວ​ໜ້າ​ສູນ​ການ​ຄົ້ນ​ຄວ້າ​ຄວາມ​ໝັ້ນ​ຄົງ​ແລະ​ການ​ທູດ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ບັນ​ຫາ​ສາ​ກົນ​ຈີນ​ກ່າວ​ວ່າ: ຫຼາຍ​ປີ​ມາ​ນີ້, ທະ​ນາ​ຄານ AIIB ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ຕັ້ງ​ໜ້າ, ໄດ້​ດຳ​ເນີນ​ງານ​ຕາມ​ມາດ​ຕະ​ຖານ​ສາ​ກົນ ແລະເປີດ​ປະ​ຕູ​​ໃຫ້​ກັບທຸກ​ປະ​ເທດ​ໃນ​ໂລກ, ໄດ້​ຮັບ​ສະ​ມາ​ຊິກນັບ​ມື້​ນັບຫຼາຍ​ຂຶ້ນ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ.

ຄຳ​ເຫັນ

0