陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາລົງໂທດຝ້າຍຊິນຈ່ຽງຈະເປັນການທຳລາຍຂອດຕ່າງໆຂອງຕ່ອງໂສ້ອຸດສາຫະກຳ ຝ້າຍທົົ່ວໂລກ

2021-12-27 16:26:34 cri

图片默认标题_fororder_微信图片_棉花

ຫວ່າງມໍ່ໆນີ້,ຢູ່ນະຄອນກວ່າງໂຈ່ວ,ມະຫາວິທະຍາໄລຈີ້ໜານຂອງຈີນໄດ້ເຜີຍແຜ່ບົດລາຍງານຜົນການຄົ້ນຄວ້າທີ່ເປັນອິດສະຫຼະກ່ຽວກັບຜົນກະທົບຈາກການ ລົງໂທດຂອງອາເມຣິກາທີ່ມີຕໍ່ເຂດຊິນຈ່ຽງທີ່ກະທົບເຖິງຕ່ອງໂສ້ອຸດສາຫະກຳຝ້າຍທົ່ວໂລກ.ບົດລາຍງານເຫັນວ່າ,ອາເມຣິກາລົງໂທດຝ້າຍຊິນຈ່ຽງຈະເປັນການທຳ ລາຍຂອດຕ່າງໆຂອງຕ່ອງໂສ້ອຸດສາຫະກຳຝ້າຍທົ່ວໂລກ.ນັກວິຊາການທີ່ກ່ຽວ ຂ້ອງໄດ້ຊີ້ອອກວ່າ,ຫວັງໃຫ້ບົດລາຍງານສະບັບນີ້ເຮັດໃຫ້ຄົນທັງຫຼາຍເຫັນແຈ້ງ ທາດແທ້ການລົງໂທດຂອງອາເມຣິກາທີ່ມີຕໍ່ເຂດຊິນຈ່ຽງ,ແລະຜະເຊີນໜ້າກັບ ຄວາມເປັນຈິງຢ່າງຖືກຕ້ອງ.

 

ບົດລາຍງານຊີ້ອອກວ່າ:ການລົງໂທດຂອງອາເມຣິກາທີ່ມີຕໍ່ເຂດຊິນຈ່ຽງບໍ່ໄດ້ ສ້າງຜົນກະທົບຢ່າງເດັ່ນຊັດຕໍ່ຂອດຜະລິດແຜ່ນແພຝ້າຍພາຍໃນປະເທດຈີນ.ກ່ອນອື່ນ,ໂດຍຢູ່ພາຍໃຕ້ການສະໜັບສະໜູນຈາກຫຼາຍຝ່າຍເປັນຕົ້ນແມ່ນລັດຖະບານ ວິສາຫະກິດແລະສະຫະກອນການກະເສດ,ຄອບຄົວປູກຝ້າຍຢູ່ເຂດຊິນຈ່ຽງບໍ່ມີ ຄວາມເປັນຫ່ວງນຳຄວາມສ່ຽງທີ່ເກີດຈາກການລົງໂທດຂອງອາເມຣິກາ,ໂດຍຍັງ ຫວັງຢາກສືບຕໍ່ເປີດກວ້າງການຜະລິດອີກ;ອັນທີສອງ,ນະໂຍບາຍທີ່ກ່ຽວຂ້ອງ ແລະກົນໄກຊື້ຂາຍສິນຄ້າລ່ວງໜ້າໃນຕະຫຼາດຂອງຈີນໄດ້ໃຫ້ການຄ້ຳປະກັນການສະໜອງຝ້າຍວັດຖຸດິບ,ພ້ອມທັງໄດ້ຮັບຜົນປະໂຫຍດຈາກຄວາມທົນທານແລະ ຄວາມສາມາດຕ້ານທານຄວາມກົດດັນອັນເຂັ້ມແຂງຂອງຕະຫຼາດພາຍໃນປະເທດ,ຂອດປຸງແຕ່ງແລະຜະລິດແຜ່ນແພຝ້າຍພາຍໃນປະເທດໄດ້ປະຕິບັດງານໄດ້ເປັນ ຢ່າງດີ.

 

ບົດລາຍງານເຫັນວ່າ:ອຸດສາຫະກຳຝ້າຍຂອງຈີນໄດ້ອາໄສຝ້າຍວັດຖຸດິບທີ່ມີ ຄຸນນະພາບດີແລະຕາໜ່າງຂອງຕ້ອງໂສ້ການສະໜອງທີ່ສົມບູນ,ກາຍເປັນຂອດ ໃຈກາງຂອງຕ່ອງໂສ້ອຸດສາຫະກຳຝ້າຍທົ່ວໂລກ,ສະນັ້ນ,ການທຳລາຍອຸດສາຫະ ກຳຝ້າຍຂອງຈີນກໍ່ເທົ່າກັບວ່າໄດ້ທຳລາຍຕ່ອງໂສ້ອຸດສາຫະກຳຝ້າຍທົ່ວໂລກ.

 

ຄຳ​ເຫັນ

0