刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຄຳ​ຊີ້​ແຈງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ວຽກ​ງານກະ​ສິ​ກຳ, ຊົນ​ນະ​ບົດ ແລະ​ຊາວ​ກະ​ສິ​ກອນ

2021-12-27 17:20:38 cri

ທ່ານ​ສີ​ຈິ້ນ​ຜິງ​ໃຫ້​ຄຳ​ຊີ້​ແຈງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ວຽກ​ງານກະ​ສິ​ກຳ, ຊົນ​ນະ​ບົດ ແລະ​ຊາວ​ກະ​ສິ​ກອນ_fororder_1128202940_16405408025561n

ວັນ​ທີ 25 ຫາ​ 26 ທັນ​ວາ​ນີ້, ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງ​ຈີນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ໂດຍ​ໄດ້​ວິ​ເຄາະສະ​ຖາ​ນະ​ການ​ແລະ​ໜ້າ​ທີ່​ວຽກ​ງານ​​ດ້ານກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ຈີນ​ທີ່​ພວມ​ປະ​ເຊີນ​ຢູ່ ເພື່ອ​ຄົ້ນ​ຄວ້າ​ແລະ​ຈັດ​ວາງ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​​ສຳ​ລັບປີ 2022.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ການ​ຮັບ​ມື​ກັບ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ​ຕ່າງໆ ຕ້ອງ​ຕອບ​ສະ​ໜອງ​​ຕາມຄວາມ​ຕ້ອງ​ການ​ດ້ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ, ເຮັດ​ວຽກ​ກະ​ສິ​ກຳ, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​ໃຫ້​ດີ, ຮັບ​ປະ​ກັນ​ໃຫ້​ກະ​ສິ​ກຳ​ແລະ​ຊົນ​ນະ​ບົດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ. ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ: ປະ​ຊາ​ຊົນ​ຈີນ​ຕ້ອງ​ຈັບ​ຖ້ວຍ​​ເຂົ້າ​ໄວ້​ຢູ່ໃນ​ມື​ຂອງ​ຕົນ​​ໃຫ້​ແໜ້ນໃນ​ທຸກ​ເວ​ລາ ເຊິ່ງ​ຖ້ວຍ​​ເຂົ້າ​ນີ້​ຕົ້ນ​ຕໍ​ຕ້ອງ​ໃສ່​ສະ​ບຽງ​ອາ​ຫານ​ຂອງຈີນ. ການ​ຮັບ​ປະ​ກັນ​ຄວາມ​​ໝັ້ນ​ຄົງ​ດ້ານສະ​ບຽງ​ອາ​ຫານ, ທຸກ​ຄົນ​​ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ, ພັກ​ແລະ​ລັດ​​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຮ່ວມ​ກັນ​ແລະ​ຕ້ອງ​ມີ​ປະ​ສິດ​ທິ​ຜົ​ນ​ທີ່​ແທ້​ຈິງ. ການ​ສ້າງ​ຊົນ​ນະ​ບົດ​ໃຫ້​ມີ​ຄວາມ​​ຈະ​ເລີນ​ຮຸ່ງ​ເຮືອງມີ​ປະ​ຖົມ​ປັດ​ໃຈ​ຄື: ​ຕ້ອງປັບ​ປຸງ​ຜົນ​ສຳ​ເລັດ​ໃນ​ການ​ລຶບ​ລ້າງຄວາມ​ທຸກ​ຍາກ ແລະ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ທີ່​ໄດ້ຫຼຸດ​ພົ້ນອອກ​ຈາກ​ຄວາມ​ທຸກ​ຍາກ​​ແລ້ວນັ້ນ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່​.

ກອງ​ປະ​​ຊຸມ​ໄດ້​ເນັ້ນ​ໜັກ​ວ່າ: ຕ້ອງ​ສຸມ​ຄວາມ​ພະ​ຍາ​ຍາມ​ເພື່ອຜະ​ລິດ​ສະ​ບຽງ​ອາ​ຫານ​ແລະ​ສະ​ໜອງ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ສຳ​ຄັນ, ກຳ​ແໜ້ນ​ໜ້າ​ທີ່​​ຮັບ​ຜິດ​ຊອບ​ໃນ​ການ​ປົກ​ປ້ອງ​ເນື້ອ​ທີ່​ປູກ​ຝັງ​ຢ່າງ​ເຂັ້ມ​ງວດ, ອອກ​ແຮງ​ຊຸກ​ຍູ້​ການບຸກ​ທະ​ລຸ​ດ້ານເຕັກ​ນິກ​ແກນ​ກາງ​ສຳ​ຄັນ​​ດ້ານ​ກະ​ສິ​ກຳ ເປັນ​ຕົ້ນແຫຼ່ງ​​ແນວ​ພັນ, ຍົກ​ສູງ​ລະ​ດັບ​ການ​ຄົ້ນ​ຄວ້າ​ແລະ​ນຳ​ໃຊ້​ອຸ​ປະ​ກອນ​​ກົນ​ຈັກ​ກະ​ສິ​ກຳ, ເລັ່ງ​​ພັດ​ທະ​ນາ​ກະ​ສິ​ກຳທີ່​ສາ​ມາດ​ຄວບ​ຄຸມ​ສິ່ງ​ແວດ​ລ້ອມ​ໄດ້, ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​​ວິ​ທະ​ຍາ​ສາດໃຫ້​ເຂັ້ມ​ແຂງ​​ເພື່ອເປັນ​ເສົາ​ຄ້ຳ​ໃຫ້​ກັບ​ກະ​ສິ​ກຳ. ຕ້ອງ​ປັບ​ປຸງ​ແລະ​ຂະ​ຫຍາຍ​ຜົນ​ງານ​​ດ້ານ​ການ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ດີ, ຕ້ອງ​ສຸມ​ໃສ່​ພັດ​ທະ​ນາ​ອຸດ​ສາ​ຫະ​​ກຳ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ ເພື່ອ​ໃຫ້​ຊາວ​ກະ​ສິ​ກອນ​ສາ​ມາດ​ຊົມ​ໃຊ້​ຜົນ​ປະ​ໂຫຍດ​ຈາກ​ອຸດ​ສາ​ຫະ​ກຳ​ໃຫ້ຫຼາຍກວ່າ​ເກົ່າ. ຕ້ອງ​ຊຸກ​ຍູ້​ການ​ສ້າງ​ຊົນ​ນະ​ບົດ​ຢ່າງ​ໜັກ​ແໜ້ນ ເພື່ອ​ໃຫ້​ຊົນ​ນະ​ບົດ​ມີ​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​ທີ່​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ​ເປັນ​ກ້າວໆ. ຕ້ອງ​ເພີ່ມ​ທະ​ວີ​ແລະ​ປັບ​ປຸງການ​ບໍ​ລິ​ຫານ​ຊົນ​ນະ​ບົດ​ໃຫ້​ດີ​ຂຶ້ນ, ຮັກ​ສາ​ຄວາມ​ກົມ​ກຽວແລະ​ສະ​ຖຽນ​ລະ​ພາບທາງ​ສັງ​ຄົມ​​ຢູ່ຊົນ​ນະ​ບົດ​ໃຫ້​ດີ. ຕ້ອງ​ເພີ່​ມ​ທະ​ວີ​ແລະ​ປັບ​ປຸງ​ການ​ນຳ​ພາ​ຂອງ​ພັກ​ຕໍ່ວຽກ​ງານ​ກະ​ສິ​ກຳ​, ຊົນ​ນະ​ບົດ​ແລະ​ຊາວ​ກະ​ສິ​ກອນ​, ຮັບ​ປະ​ກັນ​ປັດ​​ໄຈ​ສຳ​ຄັນ​ເພື່ອ​ສ້າງ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​​ໃຫ້​ກັບ​ຊົນ​ນະ​ບົດ.

ຄຳ​ເຫັນ

0