ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ອີງຕາມຕົວເລກສະຖິຕິຜູ້ເປັນພະຍາດໂຄວິດ-19ທີ່ມະຫາວິທະຍາໄລຈອນສ-ຮົບກິນສຂອງອາເມຣິກາເປີດເຜີຍໃຫ້ຮູ້ວ່າ:ນັບມາຮອດເວລາ 6 ໂມງ 21 ນາທີຂອງວັນທີ 27 ທັນວາຕາມເວລາປັກກິ່ງ,ຜູ້ເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີທັງໝົດເຖິງ 52.176.102 ກໍລະນີ,ມີຜູ້ເສຍຊີວິດທັງໝົດ 816.554 ຄົນ.
ທ່ານອັນໂຕນີ ໂຟຊີ ຫົວໜ້າສະຖາບັນຄົ້ນຄວ້າອາການພູມແພ້ແລະພະຍາດ ຕິດແປດແຫ່ງຊາດອາເມຣິກາໄດ້ກ່າວໃນເວລາໃຫ້ສຳພາດຕໍ່ສື່ອາເມຣິກາວ່າ:ຄຽງຄູ່ກັບເຊື້ອກາຍພັນໂອມິຄຼອນທ່ີມີຄວາມສາມາດຕິດແປດໄດ້ງ່າຍກວ່າໄດ້ແຜ່ລະບາດຢ່າງຂະໜາດໃຫຍ່ຢູ່ອາເມຣິກາ,ຄາດວ່າໃນໄລຍະໜຶ່ງໃນຕໍ່ໜ້ານີ້, ຈຳນວນຜູ້ ຕິດເຊື້ອພະຍາດໂຄວິດ-19 ຕໍ່ມື້ຢູ່ອາເມຣິກາຈະສືບຕໍ່ເພື່ມຂຶ້ນ.
ທ່ານໂຟຊີຍັງກ່າວວ່າ,ເມື່ອຕິດເຊື້ອພະຍາດກາຍພັນໂອມິຄຼອນແລ້ວຈະມີອາ ການອ່າວເບົາເຊິ່ງໄດ້ປິດບັງລະດັບຄວາມຮ້າຍແຮງຂອງມັນໃນລະດັບໃດໜຶ່ງ,ອັນໄດ້ພາໃຫ້ເກີດມີສະພາບການແຜ່ລະບາດຂອງພະຍາດຂະຫຍາຍກວ້າງອອກຍິ່ງ ງ່າຍກວ່າເກົ່າ.
ຄຳເຫັນ
0