刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຣັດ​ເຊຍ​ກ່າວ​ວ່າ: ການ​ທີ່ນາ​ໂຕ​ຂົ່ມ​ຂູ​ທາງ​ການ​ທະ​ຫານ​ຕໍ່​ຣັດ​ເຊຍໄດ້​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຮ້າຍ​ແຮງ​ຂຶ້ນ

2021-12-28 17:31:14 cri

 

ທ່ານ​ອາ​ເ​ລັກ​ຊັນ​ເດີ ໂຟ​ມິນ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 27 ທັນ​ວາ​ນີ້​ວ່າ: ອົງ​ການ​ນາ​ໂຕ​ໄດ້​ຂົ່ມ​ຂູ່​ທາງ​ການ​ທະ​ຫານ​ຕໍ່​ຣັດ​ເຊຍ, ນີ້​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຮ້າຍ​ແຮງ​ຂຶ້ນ. ທ່ານ​ກ່າວ​ຕື່ມ​ວ່າ: ຣັດ​ເຊຍ​ຫວັງ​ວ່າ​ຈະ​ມີ​ການ​ສົນ​ທະ​ນາ​ທີ່​ຕັ້ງ​ໜ້າ​ແລະມີ​ລັກ​ສະ​ນະ​ສ້າງ​ສັນ​ກັບ​ອົງ​ການ​ນາ​ໂຕ.

ມື້​ດຽວ​ກັນ, ທ່ານ​ໂຟ​ມິນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ທີ່​ມີ​ທີ່​ປຶກ​ສາ​ທະ​ຫານ​ແລະ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດຕ່າງ​ປະ​ເທດ​ປະ​ຈຳ​ຣັດ​ເຊຍ​ເຂົ້າ​ຮ່ວມ​ວ່າ: ນັບ​ແຕ່​ສົງ​ຄາມ​ເຢັນ​ສິ້ນ​ສຸດ​ລົງ​​ເປັນ​ຕົ້ນ​ມາ, ຣັດ​ເຊຍ​ໄດ້​ສະ​ແຫວງ​ຫາ​ວິ​ທີ​ໃໝ່​ເພື່ອ​ໃຫ້​ມີ​ການ​ແລກ​ປ່ຽນການ​ໄປ​ມາ​ຫາ​ສູ່​ກັນ​ກັບ​ອົງ​ການ​ນາ​ໂຕ​ມາ​ໂດຍ​ຕະ​ຫຼອດ ເພື່ອ​ສ້າງ​ລະ​ບົບ​ຄວາມ​ໝັ້ນ​ຄົງ​ໃນ​ເອີ​ຣົບ​ທີ່​ມີ​ສະ​ຖຽນ​ລະ​ພາບ​ແລະ​ສະ​ເໝີ​ພາບ​ກັນ. ແຕ່​ວ່າ​ອົງ​ການ​ນາ​ໂຕ​ໄດ້​ນຳ​ໃຊ້​ວິ​ທີ​​ແບບ​ປະ​ສົມ​ປະ​ສານ​ກັນ​ລະ​ຫວ່າງ​ການ​ຮ່ວມ​ມື​​ການ​ສົນ​ທະ​ນາ​​ກັບ​ການຂົ່ມ​ຂູ່​ທາງ​ການ​ທະ​ຫານ ເພື່ອ​ສະ​ກັດ​ກັ້ນ​ຣັດ​ເຊຍເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ. “ຫຼາຍ​ປີມໍ່ໆ​ມາ​ນີ້, ອົງ​ການ​ນາ​ໂຕ​ໄດ້​ນຳ​ໃຊ້​ວິ​ທີ​ການ​ຂົ່ມ​ຂູ່​ທາງ​ການ​ທະ​ຫານຫຼາຍກວ່າ​ເກົ່າ​ເພື່ອ​ແນ​ໃສ່​ຣັດ​ເຊຍ, ນີ້​ແມ່ນ​ສາ​ເຫດ​ທີ່​ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຣັດ​ເຊຍ​ແລະ​ອົງ​ການ​ນາ​ໂຕ​ຮ້າຍ​ແຮງ​ຂຶ້ນ​​ຄືໃນ​ປັດ​ຈຸ​ບັນ.”

ຄຳ​ເຫັນ

0