何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ສາ​ມັກ​ຄີ​ກັນ​ສະ​ກັດ​ກັ້ນ​ພະ​ຍາດ​ຕິດ​ແປດ

2021-12-28 13:10:15 CRI

ເລ​ຂ​າ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ຈົ່ງ​ສາ​ມັກ​ຄີ​ກັນ​ສະ​ກັດ​ກັ້ນ​ພະ​ຍາດ​ຕິດ​ແປດ_fororder_908fa0ec08fa513d928be4d821ddf1f2b3fbd9c9

ວັນ​ທີ 27 ທັນ​ວາ​ນີ້, ທ່ານ​ອັນ​ໂຕ​ນີ​ໂອ ກູ​ເຕີເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ກ່າ​ວ​ຄຳ​ປາ​ໄສ​ຜ່ານ​ທາງວີ​ດີ​ໂອ​ເນື່ອງ​ໃນ​ວັນ​ປ້ອງ​ກັນ​ພະ​ຍາດ​ຕິດ​ແປດ​ສາ​ກົນ​ຄັ້ງ​ທີ 2, ໂດຍ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ກັນ ເພື່ອ​ຮ່ວມ​ກັນ​ປ້ອງ​ກັນ​ພະ​ຍາດ​ຕິດ​ແປດ​ຊະ​ນິດ​ຕ່າງໆ.

 

ທ່ານ​ກູ​ເຕີ​ເຣັສ​ກ່າວ​ວ່າ, ການ​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງ​ຂອງ​ເຊື້ອ​ພະ​ຍາດ​ໂຄວິດ-19ຢ່າງ​ຮ້າຍ​ແຮງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ພະ​ຍາດ​ຕິດ​ແປດ​ຊະ​ນິດ​ໜຶ່ງ​ສາ​ມາດ “ແຜ່​ລະ​ບາດໃນ​ທົ່ວ​ໂລກ​ໄດ້​ຢ່າງວ່ອງ​ໄວ”, ເຮັດ​ໃຫ້​ລະ​ບົບ​ສາ​ທາ​ລະ​ນະ​ສຸກ “ຕົກ​ຢູ່ໃນ​ສະ​ພາບ​ການ​ທີ່​ໃກ້​ຈະ​ພັງ​ທະ​ລາຍ”, ທັງ​ໄດ້​ປ່ຽນ​ແປງ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຊາວ​ໂລກ; ຊາວ​ໂລກ​ຍັງ​ບໍ່​ທັນ​ຖອດ​ຖອນ​ບົດ​ຮຽນ​ຈາກ​ເຫດ​ການ​ສຸກ​ເສີນ​​ດ້ານ​ສາ​ທາ​ລະ​ນະ​ສຸກ​ທີ່​ເກີດ​ຂຶ້ນ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ເທື່ອ; ໃນ​ດ້ານ​ການ​ປ້ອງ​ກັນ​​ບໍ່​ໃຫ້ພະ​ຍາດຕິດ​ແປດ​ທີ່​​ເກີດ​ຂຶ້ນໃນ​ພາກ​ພື້ນ​ໃດ​ໜຶ່ງ​​ແຜ່​​ລາມ​ໄປ​ສູ່​​ປະ​ເທດ​ອື່ນ ແລະ ກາຍ​ເປັນ​ພະ​ຍາດ​ທີ່​ແຜ່​ລະ​ບາດ​​ໄປໃນ​ທົ່ວ​ໂລກ​ນັ້ນ, ​ປະ​ຊາ​ຄົມ​ໂລກ​ຍັງ​ບໍ່​ທັນ​​ໄດ້ກຽມ​ພ້ອມ​ເທື່ອ.

 

ທ່ານ​ກູ​ເຕີ​​ເຣັສ​ກ່າວ​ຕື່ມ​ວ່າ, ພະ​ຍາດ​ຕິດ​ແປດ​ຍັງ​ຄົງ​ເປັນ​ໄພ​ຂົ່ມ​ຂູ່​ທີ່​ຈະ​ແຈ້ງ ແລະ​ແທ້​ຈິງ ​ເຊິ່ງ​ປະ​ເທດ​ທັງ​ໝົດ​ພວມ​ປະ​ເຊີນ​ຢູ່ພະ​ຍາດ​ໂຄວິດ-19 ຈະ​ບໍ່​ແມ່ນ​ພະ​ຍາດ​ຕິດ​ແປດ​ຊະ​ນິດ​ສຸດ​ທ້າຍ​ທີ່​ແຜ່​ລະ​ບາດ​ຢ່າງ​ຮຸນ​ແຮງສຳ​ລັບ​ມວນ​ມະ​ນຸດ, ປະ​ຊາ​ຄົມ​ໂລກ​ຕ້ອງ​ກຽມ​ພ້ອມ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຄັ້ງ​ຕໍ່​ໄປ.

 

ໃນ​ປີ 2020, ສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 75 ໄດ້​ປະ​ກາດ​ວ່າ, ຈະຈັດ​ເອົາ​ວັນ​ທີ 27 ທັນ​ວາ​ຂອງ​ທຸກໆ​ປີ​ເປັນ​ວັນ​ປ້ອງ​ກັນ​ພະ​ຍາດ​ຕິດ​ແປດ​ສາ​ກົນ.

ຄຳ​ເຫັນ

0