刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການ​ເຈ​ລະ​ຈາ​ນິວ​ເຄຼຍ​ອີ​ຣານ​ຮອບ​ໃໝ່​ຈະ​ສຸມ​ໃສ່ “ຮ່າງ​ແຜນ​ການ​ຮ່ວມ​ສະ​ບັບ​ໃໝ່”

2021-12-28 17:33:37 cri

 

ວັນ​ທີ 27 ທັນ​ວາ​ນີ້, ທ່ານ​ອັບ​​ດູນລາ​ຮິ​ອັນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອີ​ຣານ​ກ່າວ​ວ່າ: ຝ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ສັນ​ຍາ​ຮອບ​ດ້ານ​ກ່ຽວ​ກັບ​ບັນ​ຫາ​ນິວ​ເຄຼຍ​ອີ​​ຣານ​ໄດ້​ເລີ່ມ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຟື້ນ​ຟູ​ການ​ປະ​ຕິ​ບັດ​​ສັນ​ຍາ​ລະ​ຫວ່າງ​ອາ​ເມ​​ຣິກາ-ອີ​ຣານ​ຮອບ​ທີ 8 ໃນ​ວັນ​ທີ 27 ທັນ​ວາ​ນີ້​ຢູ່​ນະ​ຄອນຫຼວງວຽນ​ປະ​ເທດ​ໂອ​ຕ​ຣີ​ສ ໂດຍ​ຈະສຸມ​ໃສ່​ການ​ປຶກ​ສາ​ຫາ​ລື “ຮ່າງ​ແຜນ​ການ​ຮ່ວມ​ສະ​ບັບ​ໃໝ່”.

ທ່ານ​ອັບ​ດູນ​ລາ​ຣິ​ອັນ​ກ່າວ​ວ່າ: ຮ່າງ​​ແຜ​ນ​ການສະ​ບັບ​ໃໝ່​ນີ້​ກ່ຽວ​ພັນ​ເຖິງ​ການ​ຍົກ​ເລີກ​ການ​ລົງ​ໂທດ​ແລະ​ການກວດ​ກາ​ອີ​ຣານ ແລະ​ບັນ​ຫາ​ອື່ນໆ ເຊິ່ງ​ເປັນ​ບັນ​ຫາ​ທີ່​ໄດ້​​ເຫັນ​ດີ​ນຳ​ກັນ​ແລ້ວ​ໃນ​ກາ​ນ​ເຈ​ລະ​ຈາ​ຮອບ​ຜ່ານ​ມາ​ລະ​ຫວ່າງ​ຝ່​າຍ​ຕ່າງໆ. ການ​ເຈ​ລະ​ຈາ​ຮອບ​ໃໝ່​ນີ້​ຈະ​ສຸມ​ໃສ່​ຮ່າງ​​ແຜນ​ການສະ​ບັບ​ນີ້. ເວົ້າ​ສຳ​ລັບ​ອີ​ຣານ​ແລ້ວ, ບັນ​ຫາ​ທີ່​ສຳ​ຄັນ​ທີ່​ສຸດ​ຄື: ອີ​ຣານ​​ຕ້ອງສາ​ມາດ​ຂາຍ​ນ້ຳ​ມັນ​ເຊື້ອ​ໄຟ​ໂດຍບໍ່​ມີ​ຂໍ້ຈຳ​ກັດ ແລະ​ເງິນ​​ທີ່ໄດ້​ຮັບ​ຈາກ​ການ​ຂາຍນ້ຳ​ມັນ​ນັ້ນ​​ຕ້ອງສາ​ມາດ​ໂອນເຂົ້າ​ບັນ​ຊີ​ທະ​ນາ​ຄານ​ຂອງ​ອີ​ຣານ​ດ້ວຍ​ຮູບ​ແບບ​ເງິນ​ຕາຕ່າງ​ປະ​ເທດໄດ້.

ຄຳ​ເຫັນ

0