陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການໂຄງການອາຫານໂລກກ່າວວ່າ:ຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃຫ້ກັບຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ

2021-12-28 17:37:35 cri

ອົງການໂຄງການອາຫານໂລກກ່າວວ່າ:ຈີນໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃຫ້ກັບຄວາມໝັ້ນຄົງດ້ານສະບຽງອາຫານຂອງໂລກ_fororder_微信图片_2

ຫວ່າງມໍ່ໆນີ້,ທ່ານຊູຊື້ສີ ຜູ້ຕາງໜ້າອົງການໂຄງການອາຫານໂລກຂອງ ອົງການສະຫະປະຊາຊາດປະຈຳປະເທດຈີນໄດ້ກ່າວວ່າ:ຄວາມໝັ້ນຄົງດ້ານສະ ບຽງອາຫານຕິດພັນກັບແຜນການແຫ່ງຊາດແລະຊີວິດການເປັນຢູ່ຂອງປະຊາຊົນປະເທດໜຶ່ງ,ຕິດພັນກັບສັນຕິພາບແລະການພັດທະນາຂອງໂລກ,ຈີນໄດ້ປະກອບ ສ່ວນອັນໃຫຍ່ຫຼ່ວງໃຫ້ກັບຄວາມໝັ້ນຄົງດ້ານສະບຽງອາຫານຂອງທົ່ວໂລກ,ໃນ ຂະນະດຽວກັນກໍ່ໄດ້ເສີມຂະຫຍາຍບົດບາດທີ່ເປັນແບບຢ່າງອັນດີເດັ່ນໃຫ້ແກ່ປະ ເທດອື່ນ.

 

ອົງການໂຄງການທັນຍາຫານໂລກຂອງອົງການສະຫະປະຊາຊາດແມ່ນ ໜຶ່ງໃນອົງການສະຫະປະຊາຊາດທີ່ເຂົ້າມາປະເທດຈີນກ່ອນໝູ່,ແລະກໍ່ແມ່ນ ຜູ້ເປັນສັກຂີພິຍານ ຜູ້ເຂົ້າຮ່ວມແລະຜູ້ປະກອບສ່ວນເຂົ້າໃນການປະຕິຮູບແລະ ເປີດປະຕູສູ່ພາຍນອກກໍ່ຄືການພັດທະນາແລະຄວາມຈະເລີນຮຸ່ງເຮືອງຂອງປະ ເທດຈີນ,ການຮ່ວມມືກັບຈີນແມ່ນແໜ້ນແຟ້ນແລະມີປະສິດທິຜົນທີ່ສຸດ.ທ່ານຊູຊື້ສີ ຜູ້ຕາງໜ້າອົງການທັນຍາຫານໂລກຂອງອົງການສະຫະປະຊາຊາດປະຈຳປະເທດຈີນກ່າວວ່າ:ອີງຕາມແຜນການວຽກງານທີ່ຕົກລົງກັນລ່ວງໜ້າ,ໃນປີ 2021,ຕົ້ນຕໍ ສອງຝ່າຍໄດ້ດຳເນີນການຮ່ວມມືໃນ 4 ດ້ານດັ່ງນີ້:

 

“ດ້ານທຳອິດແມ່ນອອກແຮງດຳເນີນການຮ່ວມມືລະຫວ່າງປະເທດພວມພັດທະນາ,ແບ່ງປັນບົດຮຽນທີ່ສຳເລັດຜົນແລະເຕັກນິກຂອງປະເທດຈີນ,ເພື່ອສ້າງ ຄວາມສຸກໃຫ້ແກ່ປະເທດພວມພັດທະນາອື່ນໆ.ດ້ານທີສອງແມ່ນຕັ້ງໜ້າເສີມຂະ ຫຍາຍບົດບາດຂອງອົງການນີ້,ປະຕິບັດໂຄງການປະດິດສ້າງໃໝ່ຢູ່ພາຍໃນ ປະເທດ,ເພື່ອສະໜັບສະໜູນການສ້າງຊົດນະບົດຈີນໃຫ້ຈະເລີນຮຸ່ງເຮືອງ.ດ້ານທີສາມແມ່ນຮ່ວມມືຢ່າງໃກ້ຊິດກັບພາກສ່ວນລັດຖະບານແລະວິສາຫະກິດທ່ີກ່ຽວ ຂ້ອງຂອງປະເທດຈີນ,ເພື່ອຊ່ວຍເຫຼືອປະເທດພວມພັດທະນາຢູ່ທະວີບອາຊີ, ອາຟຣິກາແລະອາເມຣິກາລາຕິນຮັບມືກັບຄວາມອຶດຢາກແລະຍົກລະດັບຄວາມ ໝັ້ນຄົງດ້ານສະບຽງອາຫານ.ດ້ານທີສີ່ແມ່ນສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດວຽກງານທີ່ກ່ຽວຂ້ອງກັບການສ້າງສາງຮັບມສຸກເສີນດ້ານມະນຸດສະທຳຂອງອົງການ ສະຫະປະຊາຊາດຢູ່ປະເທດຈີນ,ແລະຊ່ວຍເຫຼືອວຽກງານປ້ອງກັນແລະຄວບຄຸມ ພະຍາດໂຄວິດ-19ຢູ່ທົ່ວໂລກ.”

ຄຳ​ເຫັນ

0