何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ລົງ​ນາມ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​ປະ​ເທດ​ໃນ​ສົກ​​ງົບ​ປະ​ມານ​ປີ 2022

2021-12-28 14:45:18 CRI

ວັນ​ທີ 27 ທັນ​ວາ​ນີ້, ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາ​ໄດ້​ອອກ​ຖະ​ແຫຼງ​ການ​ວ່າ, ມື້​ດຽວ​ກັນ, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ​ໄດ້​ລົງ​ນາມ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​ປະ​ເທດ​ໃນ​ສົກ​ງົບ​ປະ​ມ​ານ​ປີ 2022.

​ກ່ອນ​ໜ້າ​ນີ້, ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ຖືກຮັບ​ຮອງ​ຢູ່​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ​ຂອງ​ອາ​ເມ​ຣິ​ກາ​ແລ້ວ. ອີງ​ຕາມ​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ໃນ​ສົກ​ງົບ​ປະ​ມານ​ປີ 2022, (ຈາກວັນ​ທີ 1 ຕຸ​ລາ​ປີ 2021 - ວັນ​ທີ 30 ກັນ​ຍາ​ປີ 2022), ງົບ​ປະ​ມານ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ອາ​ເມ​ຣິ​ກາ​ແມ່ນ 768,2 ຕື້​ໂດ​ລາ​ສະ​ຫະ​ລັດ, ໄດ້​ເພີ່ມ​ຂຶ້ນ​ເມື່ອ​ທຽບ​ໃສ່​ສົກ​ການ​ເງິນ​ແລ້ວ​ນີ້. ໃນ​ນັ້ນ, 740 ຕື້​ໂດ​ລາ​ແມ່ນນຳ​ໃຊ້​ໃນໂຄງ​ການ​ປ້ອງ​ກັນ​ປະ​ເທດ, 27,8 ຕື້​ໂດ​ລາ​ນຳ​ໃຊ້​ເຂົ້າ​ໃນ​ໂຄງ​ການ​ອາ​ວຸດ​ນິວ​ເຄຼຍ, 378 ລ້ານ​ໂດ​ລາ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ອື່ນໆ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປ້ອງ​ກັນ​ປະ​ເທດ.

ຄຳ​ເຫັນ

0