陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍີ່ປຸ່ນຕົກລົງແຕ່ຝ່າຍດຽວທີ່ຈະປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ

2021-12-28 11:46:56 cri

ຍີ່ປຸ່ນຕົກລົງແຕ່ຝ່າຍດຽວທີ່ຈະປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ_fororder_微信图片_1

ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງ ປະຊຸມຖະແຫຼງຂ່າວປະຈຳໃນວັນທີ 27 ທັນວານີ້ວ່າ,ຍີ່ປຸ່ນໄດ້ຂີ້ໂມ້ມາຕະ ຫຼອດວ່າ: ຕົນເອງໄດ້ແກ້ໄຂບັນຫານ້ຳປົນເປື້ອນລັງສີນີວເຄລຍຟູຄູຊີມະຢ່າງ ໂປ່ງໃສຕາມຫຼັກວິທະຍາສາດ,ແຕ່ບໍ່ໄດ້ຮັບການຍອມຮັບຈາກພາຍໃນປະເທດ ຍີ່ປຸ່ນແລະສາກົນ.

 

 "ຍີ່ປຸ່ນບໍ່ໄດ້ນຳໃຊ້ພາຫະນະແກ້ໄຂບັນຫາຄວາມປອດໄພຈົນສຸດຄວາມ ສາມາດ,ບໍ່ໄດ້ເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງຢ່າງຮອບດ້ານ,ບໍ່ໄດ້ປຶກສາຫາລືຢ່າງ ເຕັມສ່ວນກັບປະເທດໃກ້ຄຽງແລະອົງການຈັດຕັ້ງສາກົນ.ພາຍໃຕ້ກໍລະນີແນວນີ້,ຍີປຸ່ນໄດ້ຕົກລົງແຕ່ຝ່າຍດຽວໃນການປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ,ທັງສືບຕໍ່ຊຸກຍູ້ການກະກຽມປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ,ນີ້ແມ່ນ ການປິດຕາຫຼອກລວງຕົນເອງແທ້ໆ."

 

ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ,ຫວ່າງມໍ່ໆມານີ້ ຝ່າຍຈີນກໍ່ໄດ້ຜ່ານ ຊ່ອງທາງສອງຝ່າຍເພື່ອສະແດງຄວາມເປັນຫ່ວງທີ່ສຸດແລະເດັດດ່ຽວຄັດຄ້ານຕໍ່ ຝ່າຍຍີ່ປຸ່ນທີ່ຊຸກຍູ້ການກະກຽມປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລ.ຝ່າຍຍີ່ປຸ່ນຄວນຕອບສະໜອງຄວາມເປັນຫ່ວງຂອງປະຊາຄົມໂລກລວມທັງປະເທດໃກ້ຄຽງ,ຍົກເລີກຂໍ້ຕົກລົງທີ່ຈະປ່ອຍນ້ຳປົນເປື້ອນລັງສີນີວເຄລຍລົງສູ່ທະເລໃນທັນທີ,ພ້ອມ ທັງຢຸດຕິວຽກງານກະກຽມທັງໝົດ.

ຄຳ​ເຫັນ

0