何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ວ່າ,ຈີນ​ມີ​ຄວາມ​ສາ​ມາດ ມີ​ເງື່ອນ​ໄຂ​ ແລະ ຄວາມ​ໝັ້ນ​ໃຈ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​​ການ​ພັດ​ທະ​ນາເສດ​ຖະ​ກິດ

2021-12-28 17:56:45 CRI

 

ໃນ​ເວ​ລາ​ໃຫ້​ສຳ​ພາດກັບ​ນັກ​ຂ່າວCMG, ທ່ານ​ຫວາງ​ເວີນ​ທ່າວ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ໃຫ້​ຮູ້​ວ່າ, ໃນ 11 ເດືອນ​ຂອງ​ປີ​ນີ້, ການ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ໄດ້​ຟື້ນ​ຄືນ​ຢ່າງ​ຕໍ່​ເນື່ອງ, ສິ​ນ​ຄ້າ​ຂາ​ເຂົ້າ​ຂາ​ອອກ ແລະ ການ​ດຶງ​ດູດ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໄດ້​ເຕີບ​ໂຕ​ດ້ວຍ​ຈັງ​ຫວະຫຼາຍກວ່າ 20%, ການ​ລົ​ງ​ທຶນ​​ຂອງ​ຈີນ​ຢູ່ຕ່າງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ, ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”ທີ່​ມີ​ຄຸນ​ນະ​ພາບ​ສູງໄດ້​ຮັບ​ຄວາມ​ຄືບ​ໜ້າ​, ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າຫຼາຍ​ຝ່າຍ ແລະ ສອງ​ຝ່າຍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ໃໝ່, ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ເຂົ້​າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຢ່າງ​ປອດ​ໃສ ແລະ ໝັ້ນ​ທ່ຽງ.

 

ປີ 2022, ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ການ​ຄ້າ​ໄດ້​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ທີ່​ຂ້ຽວ​ຂາດ ແລະ ສັບ​ສົນ, ເມື່ອປະ​ເຊີນ​ໜ້າ​ກັບ​ຄວາມ​ກົດ​ດັນ​ຈາກ​ຄວາມ​ຕ້ອງ​ການຫຼຸດ​ໜ້ອຍ​ລົງ, ຜົນ​ກະ​ທົບ​ດ້ານ​ການ​ສະ​ໜອງ ແລະ ຄວາມ​ຄາດ​ໝາຍ​ອ່ອນ​ ​ລົງ, ທ່ານ​ຫວາງ​ເວີນ​ທ່າວ​ກ່າວ​ວ່າ, ຈີນ​ຈະ​ຊອກ​ຫາ​ທຸກວິ​ທີ​ເພື່ອ​ຮັກ​ສາ​ທ່ວງ​ທ່າ​ການ​ບໍ​ລິ​ໂພກ​ທີ່​ຟື້ນ​ຄືນ​ໃໝ່, ຮັກ​ສາ​ສະ​ພາບພື້ນ​ຖານ​ດ້ານ​ການ​ຄ້າ ແລະ ​ການ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ໃຫ້​ໝັ້ນ​ທ່ຽງ, ​ແລະ​ຮັກ​ສາ​ການ​ປະ​ກອບ​ສ່ວນ​ຕໍ່​ເສດ​ຖະ​ກິດ​ແຫ່ງ​ຊາດ.​ສະ​ນັ້ນ​ຕ້ອງ​ໄດ້​ປະ​ຕິ​ບັດ​ດັ່ງ​ນີ້:

ໜຶ່ງ, ຕ້ອງ​ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ດ້ານ​ນະ​ໂຍ​ບາຍ, ຮັກ​ສາ​ລັກ​ສະ​ນະ​ຕໍ່​ເນື່ອງ ແລະ ຄວາມ​ໝັ້ນ​ທ່ຽງ​ຂອງ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ. ສອງ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນຕະຫຼາດ, ສຸມ​ໃສ່​ແກ້​ໄຂ​ບັນ​ຫາ​ຫຍຸ້ງ​ຍາກ​ຂອງ​ຫົວ​ໜ່ວຍ​ທຸ​ລະ​ກິດ​ໃນ​ຕະຫຼາດ ໂດຍ​ສະ​ເພາະ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ, ເພີ່ມ​ທະ​ວີ​ການ​ຊ່ວຍ​ເຫຼືອ ແລະ​ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ຢ່າງ​ມີ​ເປົ້າ​ໝາຍ​ທີ່​ແນ່ນອນ. ສາມ, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕະຫຼາດ, ຮັກ​ສາ​ຕະຫຼາດ​ບໍ​ລິ​ໂພກ​ພາຍ​ໃນ​ປະ​ເທດ​ໃຫ້​ດຳ​ເນີນ​ໄປ​ຢ່າງ​ໝັ້ນ​ທ່ຽງ, ປັບ​ປຸງ ແລະ ເປີດກວ້າງ​ຕະຫຼາດ​ສາ​ກົນ, ຊຸກ​ຍູ້​ຄວາມ​ຕ້ອງ​ການ​ຂອງ​ຕະຫຼາດ​ພາຍ​ໃນ ແລະ ພາຍນອກໃຫ້​ພັດ​ທະ​ນາ​ຢ່າງ​ມີ​ການ​ປະ​ສານ​ສົມ​ທົບ​ກັນ. ສີ່, ຮັກ​ສາ​ຄວາມ​ໝັ້ນ​ທ່ຽງ​ຂອງ​ຕ່ອງ​ໂສ້​ການ​ສະ​ໜອງ, ພະ​ຍາ​ຍາມ​ຜ່ອນ​ຄາຍ​ສະ​ພາບ​ເຄັ່ງ​ຕຶງ​ຂອງ​ກຳ​ລັງ​ຂົນ​ສົ່ງ​ສາ​ກົນ, ຮັກ​ສາ​ຄວາມ​​ໂລ່ງ​ລ່ຽນ​ຂອງ​ຕ່ອງ​ໂສ້​ອຸດ​ສ​ຫາ​ກຳ ແລະ ຕ່ອງ​ໂສ້​ການ​ສະ​ໜອງ​ຂອງ​ໂລກ.

ຄຳ​ເຫັນ

0