刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຈະ​ສື​ບ​ຕໍ່ກ້າວ​ເດີນ​ໄປ​ໜ້າ​ໃນ​ປີ​ໃໝ່​ທີ່​ໃກ້ຈະ​ມາ​ເຖິງນີ້

2021-12-28 10:40:52 cri

 

ວັນ​ທີ 27 ທັນ​ວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ການ​ຮ່ວມ​ກັນສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ​ດ້ວຍ​ຄຸນ​ນະ​ພາບ​ສູງ​ຈະ​ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ໃນ​ປີ​ໃໝ່​ທີ່​ໃກ້​ຈະ​ມາ​ເຖິງ​ນີ້ ເພື່ອ​ສ້າງ​ຜົນ​ງາ​ນ​​ທີ່ອຸ​ດົມ​ສົມ​ບຸນ​ທີ່​ມີ​ມາດ​ຕະ​ຖານ​ສູງ, ສົ່ງຜົນ​ປະ​ໂຫຍດ​ໃຫ້​ກັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ ແລະ​​ມີ​ຄວາມ​ຍຶນ​ຍົງຢ່າງບໍ່​ຢຸດ​ຢັ້ງ.

ວັນ​ທີ 24 ທັນ​ວາ​ນີ້, ລັດ​ຖະ​ບານ​ຈີນ​ກັບ​ລັດ​ຖະ​ບານ​ກູ​ບາ​ໄດ້​ເຊັນ​ສັນ​ຍາ​ໃນ​ແຜນ​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ຮ່ວມ​ກັນ​ຊຸກ​ຍູ້​ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”. ທ່ານ​ຈ້າວ​ລີ້​ຈ່ຽນ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ.

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: ການ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ໄດ້​ດຳ​ເນີນ​ໄປ​ເປັນ​ເວ​ລາ 8 ປີ​, ຂົງ​ເຂດ​ການ​ຮ່ວມ​ມື​​ກໍໄດ້​ເປີດກວ້າງ​ອອກ​ຢ່າງບໍ່​ຢຸດ​ຢັ້ງ ແລະ​​ການ​ຮ່ວມ​ມືກໍ​​ປະ​ສົບ​ຜົນ​ສຳ​ເລັດເລື້ອຍໆ. ໃນ 10 ເດືອນ​​ຂອງ​ປີ​ນີ້, ມູນ​ຄ່າ​ການ​ຄ້າ​​ສິນ​ຄ້າ​ລະ​ຫວ່າງຈີນ​ກັບ​ຄູ່​ຮ່ວມ​​ມື​ໄດ້​ເຕີບ​ໂຕ​ 23%. ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ເປີດ​​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ, ​ຈຳ​ນວນ​ຂະ​ບວນ​ລົດ​ໄຟ​ຈີນ-ເອີ​ລົບທີ່​ໄດ້​​ເປີດ​ບໍ​ລິ​ການ ແລະ​ຈຳ​ນວນການ​ຂົນ​ສົ່ງ​ສິນ​ຄ້າ​ໄດ້​ເພີ່ມ​ຂຶ້ນຢ່າງວ່ອງ​ໄວ. ໂຄງ​ການ​ທີ່​ເປັນ​ສັນ​ຍາ​ລັກເຊັ່ນ: ທ່າ​ກຳ​ປັ່ນປີ​ຣາ​ເອ​ອຸ​ສ, ທ່າ​ກຳ​ປັ່ນ​ກົວ​ດາ, ທາງ​ລົດ​ໄຟ​ຮົງ​ກາ​ຣີ-ແຊັກ​ບີ ແລະ​ອື່ນໆ ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງ​ໝັ້ນ​ທ່ຽງ, ກອງ​ປະ​ຊຸມ​ລະ​ດັ​ບ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 8 ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ຟ​ຣິ​ກາ, ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຄັ້ງ​ທີ 3 ຂອງເວ​ທີ​ປຶກ​ສາ​ຫາ​ລື​ຈີນ-ອາ​ເມ​ຣິ​ກາ​ລາ​ຕິນ​ໄດ້​ຊຸກ​ຍູ້​​ການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງຫຼາຍກວ່າ​ເກົ່າ. ພາຍ​ໃຕ້​ການ​ສະ​ໜັບ​ສະ​ໜູນ​ແລະ​ມີ​ສ່ວນ​ຮ່ວມ​ຂອງ 145 ປະ​ເທດ​ແລະ 32 ອົງ​ການ​ຈັດ​ຕັ້ງ​ສາ​ກົນ, “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ພວມ​ກາຍ​ເປັນ “ເສັ້ນ​ທາງ​ຮັ່ງ​ມີ” ທີ່​ສ້າງ​ຄວາມ​ສຸກ​ໃຫ້​ກັບ​ໂລກ, ກາຍ​ເປັນ “ເສັ້ນ​ທາງ​ຄວາມ​ສຸກ” ທີ່​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ກັບ​ປະ​ຊາ​ຊົນ.

ຄຳ​ເຫັນ

0