何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງ​ການ​ອະ​ນາ​ໄມ​ໂລກ​ກ່າວ​ວ່າ: ເຊື້ອ​ພະ​ຍາ​ດ​ໂຄວິດ-19ກາຍ​ພັນ​ໂອ​ມິ​ຄ​ຣອນ​ໄດ້​ກາຍ​ເປັນ​ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່​ອັງ​ກິດ ແລະ ອາ​ເມ​ຣິ​ກາ

2021-12-29 11:49:38 CRI

    ວັນ​ທີ 28 ທັນ​ວາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານລະ​ບາດ​ວິ​ທະ​ຍາ​ປະ​ຈຳ​ອາ​ທິດ​ກ່ຽວ​ກັບ​ພະ​ຍາດ​ໂຄວິດ-19. ໃນ​ບົດ​ລາຍ​ງານ​ລະ​ບຸ​ວ່າ, ເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ພັນ​ໂອ​ມິ​ຄ​ຣອນ​ຍັງ​ມີ​ຄວາມ​ສ່ຽງ​ລວມ​ຢ່າງ​ສູງ. ເມື່ອ​ທຽບ​ໃສ່​ເຊື້ອ​ພະ​ຍາດ​ໂຄວິດ-19ກາຍ​ເປັນ​ເດວ​ຕາ​ແລ້ວ, ເຊື້ອ​ພະ​ຍາດ​ໂຄວິດ-19ກາຍພັນ​ໂອ​ມິ​ຄ​ຣອນ​ມີ​ຄວາມ​ຮ້າຍ​ແຮງຫຼາຍກວ່າ, ອັດ​ຕາ​ຜູ້​ເປັນ​ພະ​ຍາດ​ຢູ່​ປະ​ເທດ​ຈຳ​ນວນ​ໜຶ່ງ​ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ເຊື້ອ​ພະ​ຍາດ​ໂຄວິດ-19ກາຍພັນ​ໂອ​ມິ​ຄ​ຣອນ ໄດ້ກາຍ​ເປັນ​ເຊື້ອ​ພະ​ຍາດ​ທີ່​ແຜ່​ລະ​ບາດ​ຢ່າງ​ຮ້າຍ​ແຮງ​ຢູ່​ອັງ​ກິດ ອາ​ເມ​ຣິ​ກາ ແລະ​ປະ​ເທດ​ອື່ນ​​ໆ, ແຕ່​ອັດ​ຕາ​ຜູ້​ເປັນ​ພະ​ຍາດ​ຊະ​ນິດ​ນີ້​ຢູ່​ອາ​ຟ​ຣິ​ກາ​ໃຕ້​ໄດ້ຫຼຸດ​ຕ່ຳ​ລົງ.

ຄຳ​ເຫັນ

0