何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ​ຮ່ວມ​ຊີ​ວິດ​ພັກ​ແບບ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃຕ້​ຫົວ​ຂໍ້​ຮ່ຳ​ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ

2021-12-29 11:30:40 CRI

ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ຈັດ​ກອງ​ປະ​ຊຸມ​ຮ່ວມ​ຊີ​ວິດ​ພັກ​ແບບ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃຕ້​ຫົວ​ຂໍ້​ຮ່ຳ​ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ_fororder_1128210654_16407071705421n.JPG

ແຕ່​ວັນ​ທີ 27-28 ທັນ​ວາ​ນີ້, ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນໄດ້​ຈັດ​ກອງ​ປະ​ຊຸມ​ຮ່ວມ​ຊີ​ວິດ​ພັກ​ແບບ​ປະ​ຊາ​ທິ​ປະ​ໄຕ​ພາຍ​ໃຕ້​ຫົວ​ຂໍ້​ຮ່ຳ​ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ, ເພື່ອ​ເຊີດ​ຊູ​ນ້ຳ​ໃຈ​ການ​ສ້າງ​ຕັ້ງ​ພັກ​ທີ່​ຍິ່ງ​ໃຫຍ່, ຍຶດ​ໝັ້ນ​ບົດ​ຮຽນປະ​ຫວັດ​ສາດ​ຂອງ​ພັກ​ໃນ​ການ​ສູ້​ຊົນ​ເປັນ​ເວ​ລາ​ຮ້ອຍ​ປີ​ຜ່ານ​ມາ, ​ມີຄວາມ​ໝັ້ນ​ໃຈ​​ຕໍ່ປະ​ຫວັດ​ສາດ​ຢ່າງໜັກ​ແໜ້ນ, ບໍ່ຫຼົງ​ລືມ​ອຸ​ດົມ​ການ​ແຕ່​ຫົວ​ທີ ແລະ ພາ​ລະ​ກຳ​ຂອງ​ຕົນ, ແບກ​ຫາບ​ຄວາມ​ຮັບ​ຜິ​ດ​ຊອບ​ຢ່າງ​ກ້າ​ຫານ, ເດີນ​ຕາມ​ເສັ້ນ​ທາງ​ທີ່​ມີ​ການ​ທົດ​ສອບ​ອັນ​ໃໝ່​ໃຫ້​ດີ, ເຊິ່ງ​ໄດ້​ພົວ​ພັນ​​ເຖິງສະ​ພາບ​ຄວາມ​ເປັ​ນຈິງ, ເຊັ່ນ: ​ວຽກ​ງານ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​​ການນຳ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ກຳ​ນົດ​ຕ່າງໆ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ເພີ່ມທະ​ວີ ແລະ ​ສືບ​ຕໍ່​ການ​ນຳ​ພາ​ແບບ​ລວມ​ສູນ ແລະ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ສູນ​ກາງ​ພັກ, ນຳ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດ​​ທິດຊີ້​ນຳ​ອັນ​ສຳ​ຄັນ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສີ​ຈິ້ນ​ຜິງ ກໍ​ຄື​ແຜນ​ນະ​ໂຍ​ບາຍ​ຂອງ​ສູນ​ກາງ​ພັກ, ນຳ​ໜ້າ​ຮ່ຳ​ຮຽນ​ປະ​ຫວັດ​ສາດ​ຂອງ​ພັກ, ​ເຊື່ອມ​ຊຶມ ແລະ ເຂົ້າ​ໃຈແນວ​ຄິດ, ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ ແລະ ​ສ້າງ​ສະ​ພາບ​ການ​ໃໝ່, ນຳ​ໜ້າ​ຈັດ​ຕັ້ງ​ປະ​ຕິ​ບັດກົດ​ເຫຼັກ 8 ຂໍ້​ຂອງ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ລ​າຍ​ລະ​ອຽດ​​ໃນ​ການ​ປະ​ຕິ​ບັດ​ຕົວ​ຈິງ​ນັ້ນ​ຢ່າງ​ເຂັ້ມ​ງວດ, ແກ້​ໄຂ​ບັນ​ຫາ​ພົ້ນ​ເດັ່ນ​ດ້​ານ​ລັດ​ທິ​ຮູບ​ການ, ຫຼຸດ​ຜ່ອນ​​ພາ​ລະ​ໃຫ້​ກັບ​ຂັ້ນ​ຮາກ​ຖານ, ທົບ​​ທ​ວນ​ຄືນ​ການ​ກໍ່​ສ້າງ​ຕົນ​ເອງ​ຂອງ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ໃນ 1 ປີ​ຜ່ານ​ມາ, ສະຫຼຸບ​ຜົນ​ງານ, ສຳຫຼວດກວດ​ກາ​ຈຸດ​ອ່ອນ, ທັງ​ດຳ​ເນີນ​ການ​ວິ​ເຄາະ​ສະ​ຕິ​ພັກ, ດຳ​ເນີນ​ການ​ຕຳ​ໜິ​ເຊິ່ງ​ກັນ ແລະ ​ກັນ, ແລະຕຳ​ໜິ​ຕົນ​ເອງ.

ຄຳ​ເຫັນ

0