陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາບໍ່ເອົາຫົວຊານຳພັນທະໃນສົນທິສັນຍາສາກົນວ່າດ້ວຍອະວະກາດ  ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພຂອງນັກບິນອະວະກາດຈີນ

2021-12-29 15:51:16 cri

ອາເມຣິກາບໍ່ເອົາຫົວຊານຳພັນທະໃນສົນທິສັນຍາສາກົນວ່າດ້ວຍອະວະກາດ  ເຊິ່ງເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ຄວາມປອດໄພຂອງນັກບິນອະວະກາດຈີນ_fororder_微信图片_航天

ທ່ານຈ້າວລີ້ຈ່ຽນໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 28 ທັນວານີ້ວ່າ:ອາເມຣິກາໄດ້ປ່າວປະກາດນິຍາມອັນທີ່ເອີ້ນວ່າ"ການກະທຳທີ່ມີ ຄວາມຮັບຜິດຊອບໃນອະວະກາດ",ແຕ່ຕົນເອງພັດບໍ່ເອົາຫົວຊານຳພັນທະໃນ ສົນທິສັນຍາສາກົນວ່າດ້ວຍອະວະກາດ,ໄດ້ເປັນໄພຂົ່ມຂູ່ຢ່າງໜັກໜ່ວງຕໍ່ ຄວາມປອດໄພດ້ານຊີວິດຂອງນັກບິນອະວະກາດຈີນ,ນີ້ແມ່ນສອງມາດຕະຖານ ແທ້ໆ.

 

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານຈ້າວລີ້ຈ່ຽນໄດ້ຢືນຢັນວ່າ,ເມື່ອ ເດືອນກໍລະກົດແລະເດືອນຕຸລາປີນີ້,ດາວທຽມ"Starlink"ຂອງບໍລິດສັດSpaceXຂອງອາເມຣິກາໄດ້ເຄື່ອນເຂົ້າໃກ້ສະຖານີອະວະກາດຂອງຈີນສອງເທື່ອ ຕາມລຳດັບ.ໃນໄລຍະດັ່ງກ່າວ,ນັກບິນອະວະກາດຂອງຈີນພວມປະຕິບັດໜ້າທີ່ຢູ່ ໃນສະຖານີອະວະກາດ.ໂດຍພິຈາລະນາເຖິງຄວາມປອດໄພ,ສະຖານີອະວະ ກາດຂອງຈີນໄດ້ນຳໃຊ້ມາດຕະການຄວບຄຸມເພື່ອຫຼົບຫຼີກການຕຳກັນໂດຍດ່ວນ.

 

ທ່ານຈ້າວລີ້ຈ່ຽນກ່າວເນັ້ນວ່າ,"ການຄົ້ນຄວ້າແລະການນຳໃຊ້ອະວະກາດ ໂດຍສັນຕິແມ່ນພາລະກິດຮ່ວມຂອງມວນມະນຸດ,ຝ່າຍຈີນໄດ້ນຳໃຊ້ອະວະກາດ ເຂົ້າໃນທາງສັນຕິບົນພື້ນຖານຈິດໃຈສະແຫວງຫາຄວາມສຸກໃຫ້ແກ່ມວນມະນຸດ. ຝ່າຍອາເມຣິກາຄວນເຄົາລົບລະບົບສາກົນວ່າດ້ວຍອະວະກາດທີ່ຖືກົດໝາຍ ສາກົນເປັນພື້ນຖານ,ນຳໃຊ້ມາດຕະການປ້ອງກັນບໍ່ໃຫ້ເກີດກໍລະນີແບບນີ້ອີກໃນ ທັນທີ,ນຳໃຊ້ທ່າທີທີ່ມີຄວາມຮັບຜິດຊອບເພື່ອປົກປັກຮັກສາຄວາມປອດໄພດ້ານ ຊີວິດຂອງນັກບິນອະວະກາດທີ່ຢູ່ໃນວົງໂຄຈອນແລະໃຫ້ອຸປະກອນຢູ່ເທິງອະວະ ກາດປະຕິບັດງານໄດ້ຢ່າງປອດໄພແລະໝັ້ນທ່ຽງ."

ຄຳ​ເຫັນ

0