刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ຄົນ​ທີ່ບໍ່​ຢາກ​ຮັບ​ຮູ້​ປະ​ເທດ​ຈີນ​ຢ່າງ​ແທ້​ຈິງເຮັດ​ວຽກ​​ໃຫ້ VOA ເຊິ່ງ​ເປັນ​ເລື່ອງ​ທີ່ບໍ່​ກ້າ​ຄາດ​ຄິດເລີຍ

2021-12-29 16:52:02 cri

 

ວັນ​ທີ 28 ທັນ​ວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ເນັ້ນ​ໜັກໃນ​ກອງ​ປະ​ຊຸມ​​ຖະ​ແຫຼງຂ່າວ​ປະ​​ຈຳ​ວັນ​ວ່າ: ອາ​ເມ​ຣິ​ກາ​ແລະ VOA ​ໄດ້ສົ່ງ​ເສີມ​ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ, ໄດ້​ສົ່ງ​ຜົນ​ກະ​ທົບ​ແບບ​ໄພ​ພິ​ບັດ​ໃຫ້​ກັບ​ໂລກ, ໄດ້​ເຮັດ​ໃຫ້ຫຼາຍໆ​ປະ​ເທດ​ອີກ​ແລ້ວ​ອີກ​ຕື່ມ​ຕົກ​ເຂົ້າ​ສູ່​ສະ​ພາບ​ຄວາມ​ວຸ້ນ​ວາຍ​ທາງ​ສັງ​ຄົມ.

ມີ​ນັກ​ຂ່າວ​ຖາມ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັ​ນ​ວ່າ: VOA ໄດ້​ນຳ​ສະ​ເໜີ “ການ​ສະຫຼຸບ​ຂ່າວ​​ທ້າຍ​ປີ” ໃນ​ຫວ່າງ​ກ່ອນ​ນີ້ ໂດຍ​ໄດ້​ລາຍ​ງານ​ວ່າ: ປີ 2021, ຈີນ​ໄດ້​ທຳ​ລາຍ​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ​ຕາມ​ກົດ​ໝາຍ​ຂອງ​ຮົງ​ກົງ, ໄດ້ດັບ​ສູນ​ເຊື້ອ​ຊາດ​ຢູ່​ເຂດ​ຊິ່ນ​ຈ່ຽງ​ແລະ​ອື່ນໆ. ຕໍ່​ກັບ​ບັນ​ຫາ​ເຫຼົ່າ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ: “VOA  ບໍ່ເອົາຫົວຊານຳສະພາບຕົວຈິງມາ​ໂດຍ​ຕະຫຼອດ, ມີ​ສາຍ​ຕາ​ອະ​ຄະ​ຕິ​ຕໍ່ປະ​ເທດ​ຈີນ, ພວກ​ເຮົາ​ຢາກ​ຟັງ​​ຂ່າວ​ດີ​ທີ່​ຍ້ອງ​ຍໍ​ປະ​ເທດ​ຈີນ​ຈາກ​ການ​ລາຍ​ງານ​ຂ່າວ​ຂອງ​ເຂົາ​ເຈົ້າ, ​ນັ້ນແມ່ນ​ເລື່ອງ​ຍາກ​ທີ່​ສຸດ. ດັ່ງ​ນັ້ນ​ຈຶ່ງ​​ຈິນ​ຕະ​ນາ​ການໄດ້​ວ່າ: ກຸ່ມ​ຄົນ​ທີ່ບໍ່​ຢາກ​ຮັບ​ຮູ້​ປະ​ເທດ​ຈີນ​ຢ່າງ​ແທ້​ຈິງ​ເຮັດ​ວຽກ​ໃຫ້ VOA, ລາຍ​ງານ​ຂ່າວແບບ​ຕຳ​ນິ​ວິ​ຈານ​ປະ​ເທດ​ຈີນ​ອີກ​ແລ້ວ​ອີກ​ຕື່ມ, ນີ້​ເປັນ​ເລື່ອງ​ທີ່ບໍ່​ກ້າ​ຄາດ​ຄິດ​ເລີຍ!”

ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່​າ: “ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, VOA ໄດ້​ປະ​ສານ​ສົມ​ທົບ​ກັບ​ລັດ​ຖະ​ບານ​ອາ​ເມ​ຣິ​ກາ ເພື່ອ​ຫັນຫຼາຍ​ບັນ​ຫາ​ເປັນ​ບັນ​ຫາ​ການ​ເມືອງ, ໃສ່ຮ້າຍ​ປ້າຍ​ສີ​ຈີນ ແລະ​ອອກ​ແຮງ​ສະ​ກັດ​ກັ້ນ​ແລະ​ເພີ່ມ​ແຮງ​ກົດ​ດັນ​ໃຫ້​ກັບຈີນ. ການ​ຫັນ​ເປັນ​ບັນ​ຫາ​ການ​ເມືອງ​ແມ່ນອັນ​ທີ່​ເອີ້ນ​ວ່າ ມູນ​ເຊື້ອ​ອັນ​ດີ​ງາມ ຂອງ​ອາ​ເມ​ຣິ​ກາ. ບົດ​ລາຍ​ງານ​ຜົນ​ການ​ຄົ້ນ​ຄວ້າ​​ຂອງ​ສະ​ມາ​ຄົມ​ຄົ້ນ​ຄວ້າ​ສິດ​ທິ​ມະ​ນຸດ​ຂອງ​ຈີນ​ທີ່​ມີ​ຫົວ​ຂໍ້​ “ການ​ຫັນ​ບັນ​ຫາ​ສິດ​ທິ​ມະ​ນຸດ​ເປັນ​ບັນ​ຫາ​ການ​ເມືອງ​ຂອງ​ອາ​ເມ​ຣິ​ກາ ເປັນ​ການ​ທຳ​ລາຍ​ພື້ນ​ຖານ​ການ​ຄຸ້ມ​ຄອງ​ສິດ​ທິ​ມະ​ນຸດ” ໄດ້​ລະ​ບຸ​ວ່າ: ບໍ່​ວ່າ​ແມ່ນ​ການ​ເບິ່ງ​ຂ້າມ​ຈົນ​ເຖິງ​ການ​ປະ​ຕິ​ເສດ​ສິດ​ທິ​ມະ​ນຸດ​ໃນ​ໄລ​ຍະ​ເປື້ອງ​ຕົນ ຫຼື​ລ່ວງ​ລ້ຳອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ອື່ນ​ໂດຍ​ຖື​ສິດ​ທິ​ມະ​ນຸດ​ເປັນ​ຂໍ້​ອ້າງ​ໃນ​ໄລ​ຍະ​ຫຼັງ, ອາ​ເມ​ຣິ​ກາກໍ່ລ້ວນ​ແຕ່​ໄດ້​ນຳ​ໃຊ້​ສິດ​ທິ​ມະ​ນຸດ​ເປັນ​ເຄື່ອງ​ມື​ໃນ​ການ​ຊຸກ​ຍູ້​ນະ​ໂຍ​ບານ​​ການ​ຕ່າງ​ປະ​ເທດ.”

ຄຳ​ເຫັນ

0