何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ໂຈ ໄບ​ເດັນ​ລົງ​ນາມ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​ປະ​ເທດທີ່​ມີ​​ເນື້ອ​ໃນ​ຈ​ກ່ຽວ​ຂ້ອງ​ກັບ​ຈີນ ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ນຳ​ໃຊ້​ປະ​ເທດ​ຈີນ​ເປັນ​ຂໍ້​ອ້າງ

2021-12-29 11:41:52 CRI

ທ່ານ​ໂຈ ໄບ​ເດັນ​ລົງ​ນາມ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​ປະ​ເທດທີ່​ມີ​​ເນື້ອ​ໃນ​ຈ​ກ່ຽວ​ຂ້ອງ​ກັບ​ຈີນ ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​ນຳ​ໃຊ້​ປະ​ເທດ​ຈີນ​ເປັນ​ຂໍ້​ອ້າງ_fororder_W020211228692594431273

ວັນ​ທີ 28 ທັນ​ວາ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ອາ​ເມ​ຣິ​ກາ​​ທີ່ສວຍ​ໃຊ້​ກົດ​ໝາຍ​ທີ່​ມີ​ເນື້ອ​ໃນ​ດ້ານ​ລົບ​ທີ່​ກ້ຽວ​ຂ້ອງ​ກັບ​ຈີນ, ​ແລະ ຫຼິ້ນ​ເລ່ຫຼ່ຽມ​ທາງ​ການ​ເມືອງ​ໂດຍ​ໃຊ້​ປະ​ເທດ​ຈີນ​ເປັນ​ຂໍ້​ອ້າງ​ໃນ​ການ​​ສ້າງ​ບັນ​ຫາ​.

ມີ​ນັກ​ຂ່າວ​ຖາມ​ວ່າ, ວັນ​ທີ 27 ທັນ​ວາ​ນີ້, ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມຣິ​ກາ​ໄດ້​ລົງ​ນາມ ​ໃນ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໃຫ້​ສິດ​ປ້ອງ​ກັນ​ປະ​ເທດ​ໃນ​ສົກ​​ງົບ​ປະ​ມານ​ປີ 2022​ທີ່​ມີ​ມູນ​ຄ່າ 770 ຕື້​ໂດ​ລາ​ສະ​ຫະ​ລັດ. ໃນ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ລວມ​​ມີ​ເນື້ອ​ໃນທີ່​ກ່ຽວ​ຂ້ອງ​ກັບ​ຈີນຫຼາຍ​ຢ່າງ. ກ່ຽວ​ກັບ​ເລື່ອງ​ນີ້, ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ, ຈີນ​ຮຽກ​ຮ້ອງ​ໃຫ້​ອາ​ເມ​ຣິ​ກາ​ປະ​ຖິ້ມ​ແນວ​ຄິດ​ສົງ​ຄາມ​ເຢັນ​ ແລະ ເກມ​ຜົນ​ລວມ​ເປັນ​ສູນ​ທີ່​ ຫຼ້າ​ສະ​ໄໝ ກໍ​ຄືແນວ​ຄິດ​ອະ​ຄະ​ຕິ​ດ້ານ​ຮູບ​ຖານ​ຈິດ​ສຳ​ນຶກ, ເບິ່ງ​ການ​ພັດ​ທະ​ນາ​ຂອງ​ຈີນ ແລະ ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ​ຢ່າງ​ພາ​ວະ​ວິ​ໄສ ແລະ ​ສົມ​ເຫດ​ສົມ​ຜົນ, ​ຢ່າຈັດ​ຕັ້ງ​ປະ​ຕິ​ບັດ​ເນື້ອ​ໃນ​ດ້ານ​ລົບ ແລະ ມາດ​ຕາ​ທີ່​ທຳ​ລາຍ​ຜົນ​ປະ​ໂຫຍດ​ຂອງ​ຈີນ, ຢ່າ​ທຳ​ລາຍ​ສະ​ພາບ​ລວມ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ຣິ​ກາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ທີ່​ສຳ​ຄັນ.

ຄຳ​ເຫັນ

0