ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ໂດຍແນໃສ່ກໍລະນີທີ່ເຈົ້າໜ້າທີ່ສະຫະພາບເອີຣົບໄດ້ກ່າວຖ້ອຍຄຳທີ່ກ່ຽວຂ້ອງກັບຈີນໃນເມື່ອມໍ່ໆມານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວ ໃນເວລາຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວປະຈຳໃນວັນທີ 28 ທັນວານີ້ວ່າ: ຈີນແລະສະຫະພາບເອີຣົບຕ້ອງເປັນຄູ່ຮ່ວມມືຈິ່ງຈະສາມາດແກ້ໄຂ ບັນຫາໄດ້ ຫາກເປັນຄູ່ແຂ່ງພຽງແຕ່ຈະສ້າງຄວາມຫຍຸ້ງຍາກເທົ່ານັ້ນ.
ວັນທີ 27 ທັນວານີ້, ທ່ານໂຈເຊັຟ ໂບເຣວ ຜູ້ຕາງໜ້າຂັ້ນສູງວຽກງານ ການຕ່າງປະເທດແລະນະໂຍບາຍຄວາມໝັ້ນຄົງຂອງສະຫະພາບເອີຣົບ,ໄດ້ຂຽນບົດຄວາມລົງໃນເວັບໄຊອົງການເຄື່ອນໄຫວວຽກງານກັບຕ່າງປະເທດຂອງສະຫະພາບເອີຣົບໂດຍລະບຸວ່າ: ສະຫະພາບເອີຣົບໄດ້ຮັກສາຈຸດຢືນທີ່ເປັນເອກະພາບກັນໃນບັນຫາກ່ຽວກັບຈີນ, ຖືປະເທດຈີນເປັນຄູ່ຮ່ວມມື, ຄູ່ແກ້ງແຍ້ງແລະຄູ່ແຂ່ງດ້ານລະບອບໄປພ້ອມໆກັນ. ໃນເວລາຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງນີ້, ທ່ານຈ້າວລີ້ຈ່ຽນ ໂຄສົກ ກະຊວງການຕ່າງປະເທດຈີນກ່າວວ່າ: “ຈີນແລະສະຫະພາບເອີຣົບແມ່ນ 2 ກຳລັງ ທີ່ີເປັນເອກະລາດ ເປັນເຈົ້າຕົນເອງໃນໂລກ, ສອງຝ່າຍມີຄວາມຮັບຮູ້ທີ່ເປັນເອກະ ພາບກັນດ້ານຍຸດທະສາດແລະມີຜົນປະໂຫຍດຮ່ວມກັນຢ່າງກວ້າງຂວາງ. ການ ຮ່ວມມືລະຫວ່າງສອງຝ່າຍແມ່ນຫຼາຍກວ່າການແຂ່ງຂັນ, ຄວາມຮັບຮູ້ທີ່ເປັນເອ ກະພາບກັນແມ່ນຫຼາຍກວ່າຄວາມຂັດແຍ້ງຢ່າງຫຼວງຫຼາຍ. ຫວັງວ່າ ຝ່າຍສະຫະ ພາບເອີຣົບຈະເຄົາລົບຄວາມເປັນຈິງ,ເຄົາລົບເຊິ່ງກັນແລະກັນ, ຍຶດໝັ້ນການເຂົ້າໃຈຈີນຢ່າງຖືກຕ້ອງ, ປົກປັກຮັກສາສະພາບການລະຫວ່າງຈີນ-ສະຫະພາບ ເອີຣົບທີ່ຖືເອົາການສົນທະນາແລະການຮ່ວມມືເປັນສິ່ງສຳຄັນຕົ້ນຕໍ, ຍຶດໝັ້ນໃນທິດ ທາງພື້ນຖານທີ່ຈີນ-ສະຫະພາບເອີຣົບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮ່ວມກັນ ຊຸກຍູ້ສາຍພົວພັນຈີນ-ສະຫະພາບເອີຣົບໃຫ້ຂະຫຍາຍຕົວຢ່າງປອດໃສ ແລະໝັ້ນ ທ່ຽງ, ເພື່ອປະກອບສ່ວນເຂົ້າໃນສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງ ຂອງໂລກ. ”
ຄຳເຫັນ
0