陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາຄາດຄະເນວ່າ:ໃນໜຶ່ງເດືອນຕໍ່ໜ້ານີ້, ທົ່ວປະເທດອາເມຣິກາອາດ ຈະມີຫຼາຍກວ່າ 44.000 ຄົນເສຍຊີວິດຍ້ອນພະຍາດ ໂຄວິດ-19

2021-12-30 13:11:10 cri

ອາເມຣິກາຄາດຄະເນວ່າ:ໃນໜຶ່ງເດືອນຕໍ່ໜ້ານີ້, ທົ່ວປະເທດອາເມຣິກາອາດ ຈະມີຫຼາຍກວ່າ 44.000 ຄົນເສຍຊີວິດຍ້ອນພະຍາດ ໂຄວິດ-19_fororder_微信图片_20211230174221
 

  ໂທລະພາບ CNN ຂອງອາເມຣິກາໄດ້ລາຍງານວ່າ:ອີງຕາມຜົນການ ຄາດຄະເນສັງລວມຂອງບົດລາຍງານສະບັບໜຶ່ງທີ່ສູນຄວບຄຸມແລະປ້ອງກັນພະຍາດຂອງອາເມຣິກາເຜີຍແຜ່ໃນວັນທີ 29 ທັນວາຕາມເວລາອາເມຣິກາໄດ້ສະ ແດງໃຫ້ເຫັນວ່າ,ພາຍໃນ 4 ອາທິດຕໍ່ໜ້ານີ້,ຢູ່ອາເມຣິກາອາດຈະມີຫຼາຍ ກວ່າ44.000 ຄົນເສຍ ຊີວິດຍ້ອນພະຍາດໂຄວິດ-19.ເມື່ອຮອດວັນທີ 22 ມັງກອນປີ 2022,ຈຳນວນຜູ້ເສຍຊີິວິດຢູ່ທົ່ວປະເທດອາເມຣິກາ ຈະເພີ່ມຂຶ້ນຮອດ 866.000 ຄົນ.ເມື່ອປຽບທຽບກັນແລ້ວເຫັນວ່າ:ໂດຍທົ່ວໄປແລ້ວ,ຈຳນວນຜູ້ເສຍຊີວິດ ຍ້ອນໄຂ້ຫວັດໃຫຍ່ຢູ່ອາເມຣິກາໃນ ແຕ່ລະປີແມ່ນຢູ່ໃນລະຫວ່າງ 12.000ຮອດ 52.000 ຄົນ.

 

 ການຄາດຄະເນດັ່ງກ່າວໝາຍຄວາມວ່າ:ຢູ່ອາເມຣິກາໂດຍສະເລ່ຍຕໍ່ມື້ຈະມີ 1.800 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19,ເຊິ່ງສູງກວ່າຈຳນວນຜູ້ ເສຍຊີວິດສະເລ່ຍຕໍ່ມື້ໃນປັດຈຸບັນ.ອີງຕາມຂໍ້ມູນຕົວເລກຂອງມະຫາວິທະຍາໄລ ຈອນ ຮອບກິນສ,ປັດຈຸບັນ,ຢູ່ອາເມຣິກາໂດຍສະເລ່ຍຕໍ່ມື້ມີ 1.523 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19 .

ຄຳ​ເຫັນ

0