陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຊື້ອພະຍາດໂຄວິດ-19ສາຍພັນເດວຕາແລະສາຍພັນໂອມິຄຣອນເປັນໄພຂົ່ມຂູ່ຕໍ່ສະພາບການແຜ່ລະບາດໃນທົ່ວໂລກ

2021-12-30 12:30:35 cri

ເຊື້ອພະຍາດໂຄວິດ-19ສາຍພັນເດວຕາແລະສາຍພັນໂອມິຄຣອນເປັນໄພຂົ່ມຂູ່ຕໍ່ສະພາບການແຜ່ລະບາດໃນທົ່ວໂລກ_fororder_谭德塞

 

 ວັນທີ 29 ທັນວານີ້,ທ່ານເຕໂດຼສ ຜູ້ອຳນວຍການໃຫຍ່ອົງການອະນາໄມ ໂລກໄດ້ກ່າວໃນກອງປະຊຸມຖະແຫຼງຂ່າວວ່າ:ປະຈຸບັນ,ເຊື້ອພະຍາດກາຍພັນ ເດວຕາແລະໂອມິຄຣອນໄດ້ເປັນໄພຂົ່ມຂູ່ຕໍ່ໂລກເຊິ່ງເຮັດໃຫ້ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ-19ໃນທົ່ວໂລກສ້າງສະຖິຕິໃໝ່,ພ້ອມທັງເຮັດໃຫ້ຈຳ ນວນຜູ້ນອນໂຮງໝໍແລະຈຳນວນຜູ້ເສຍຊີວິດໄດ້ເພີ່ມຂຶ້ນຢ່າງວ່ອງໄວອີກຄັ້ງໃໝ່.

 

 ທ່ານເຕໂດຼສກ່າວວ່າ:ເຊື້ອກາຍພັນໂອມິຄຣອນມີລັກສະນະແຜ່ລະບາດງ່າຍ ກວ່າ,ມັນແຜ່ລະບາດພ້ອມກັນກັບເຊື້ອກາຍພັນເດວຕາເຊິ່ງພາໃຫ້ຜູ້ຕິດເຊື້ອ ພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນຢ່າງວ່ອງໄວ,ທ່ານໄດ້ໃຫ້ຄວາມເອົາໃຈໃສ່ ຢ່າງສູງຕໍ່ກັບເລື່ອງນີ້.

 

 ທ່ານເຕໂດຼສຮຽກຮ້ອງອີກເທື່ອໜຶ່ງໃຫ້ບັນດາປະເທດແບ່ງປັນວັກຊິນໂຄວິດ-19ຢ່າງຍຸຕິທຳກວ່າເກົ່າ,ພ້ອມທັງເຕືອນໃຫ້ຄົນທັງຫຼາຍນຳໃຊ້ມາດຕະການ ປ້ອງກັນຢ່າງຮອບດ້ານ.ແຕ່ທ່ານກໍ່ກ່າວວ່າ:ທ່ານຍັງເຫັນໃນແງ່ດີວ່າ,ປີ 2022 ໄລຍະຮ້າຍແຮງຂອງການແຜ່ລະບາດຂອງພະຍາດ ໂຄວິດ-19ຈະສິ້ນສຸດລົງ.

ຄຳ​ເຫັນ

0