何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປີ 2022ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ

2021-12-30 10:52:19 CRI

ປີ 2022ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ_fororder_1230-22

ກອງ​ປະ​ຊຸມ​ວຽກ​ງານ​ຊົນ​ນະ​ບົດ​ຂັ້ນ​ສູນ​ກາງ​ຂອງ​ຈີນ​ທີ່​ໄດ້​ຈັດ​ຂຶ້ນ​ໃນ​ຫວ່າງບໍ່​ດົນ​ມາ​ນີ້​ໂດຍໄດ້​ວາງ​ແຜນ​ລະ​ອຽດ​ກ່ຽວ​ກັບ​ການ​​ຈັດ​ຕັ້ງ​ປະ​ຕິ​ບັດວຽກ​ງານ​ຊົນ​ນະ​ບົດ ກະ​ສິ​ກຳ ແລະ ຊາວ​ກະ​ສິ​ກອນ​ໃຫ້​ດີ​ໃນ​ປີ 2022. ໃນ​ກອງ​ປະ​ຊຸມ​ໄດ້​ກ່າວ​ເນັ້ນ​ວ່າ ຕ້ອງ​ປັບ​ປຸງ ແລະ ເສີມ​ຂະ​ຫຍາຍ​ຜົນ​ສຳ​ເລັດ​ຂອງ​ບັ້ນ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ໃຫ້​ດີ, ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ອັນ​ໃໝ່​ຢ່າງ​ຮອບ​ດ້ານ, ການ​ຫັນ​ເປັນ​ທັນ​ສະ​ໄໝ​ດ້ານ​ກະ​ສິ​ກຳ ແລະ ຊົນ​ນະ​ບົດ​​ໃຫ້ມີ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ໃໝ່.

ປີ 2022ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ_fororder_1230-2

ປີ 2022, ຈີນ​ຍັງ​ຈະ​ຍຶດ​ໝັ້ນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອ ແລະ​ສະ​ໜັບ​ສະ​ໜູນ​ເມືອງ​ທີ່​ໄດ້​ຫຼຸ​ດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແລ້ວ, ໂດຍ​ປິ່ນ​ອ້ອມ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ, ການ​ສ້າງ​ສາ​ຊົນ​ນະ​ບົດ ແລະ ການ​ບໍ​ລິ​ຫານ​ຊົນ​ນະ​ບົດ, ສ້າງ​ພື້ນ​ຖານ​ດ້ານ​​ແນວ​ພັນ​ພືດ​ກະ​ສິ​ກຳ ດິນ​ປູກ​ຝັງ ແລະ ​ກົນ​ຈັກ​ກະ​ສິ​ກຳ​ໃຫ້​ດີ, ສ້າງ​ອຸດ​ສາ​ຫະ​ກຳ​ທີ່​ມີ​ສີ​ສັນ​ພິ​ເສດ​ຢູ່​ຊົນ​ນະ​ບົດ​ໃຫ້​ມີ​ຄຸນ​ນະ​ພາບ​ດີ, ສືບ​ຕໍ່​ຊຸກ​ຍູ້​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ດຳ​ລົງ​ຊີ​ວິດ​ຢູ່​ຊົນ​ນະ​ບົດ, ​ຍຶດ​ໝັ້ນ​ການຊຸກ​ຍູ້​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ທິດ​ສີ​ຂຽວ​ຢ່າງ​ບໍ່​ລົດ​ລະ, ປັບ​ປຸງ​ລະ​ບົບ​ທຸ​ລະ​ກິດ​ກະ​ສິ​ກຳ​ແບບ​ທັນ​ສະ​ໄໝ​ໃຫ້​ສົມ​ບູນ​ຂຶ້ນ, ຊຸກ​ຍູ້​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ໃຫ້​ສາ​ມາດ​ເຊື່ອມ​ສານ​ເຂົ້າ​ກັບ​ການ​ພັ​ດ​ທະ​ນາ​ກະ​ສິ​ກຳ​​ທັນ​ສະ​ໄໝແບບ​ກາຍ​ອິນ​ຊີ.

ຄຳ​ເຫັນ

0