陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ອອກຖະແຫຼງການກ່ຽວກັບສະຖານະການຢູ່ມຽນມາໂດຍຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ກຳລັງຮຸນແຮງ

2021-12-30 12:52:57 cri

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ອອກຖະແຫຼງການກ່ຽວກັບສະຖານະການຢູ່ມຽນມາໂດຍຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ກຳລັງຮຸນແຮງ_fororder_9f2f070828381f30e924a02f40495b086e061d955a56
 

ວັນທີ 29 ທັນວານີ້ຕາມເວລາທ້ອງຖິ່ນ,ສະພາຄວາມໝັ້ນຄົງອົງການສະຫະ ປະຊາຊາດໄດ້ອອກຖະແຫຼງການ,ກ່ຽວກັບສະຖານະການຢູ່ລັດກາເຣນນີຂອງມຽນມາໃນວັນທີ 24 ທັນວາທີ່ຢ່າງໜ້ອຍມີ 35 ຄົນຖືກສັງຫານ,ລວມທັງເດັກນ້ອຍ 4 ຄົນພ້ອມທັງເຈົ້າໜ້າທີ່ຂອງອົງການຊ່ວຍເຫຼືອເດັດນ້ອຍ 2 ຄົນ,ໂດຍໄດ້ຮຽກ ຮ້ອງໃຫ້ບັນດາຝ່າຍຢຸດຕິການໃຊ້ກຳລັງຮຸນແຮງທັງໝົດໃນທັນທີ,ພ້ອມທັງເນັ້ນ ໜັກເຖິງຄວາມສຳຄັນຂອງການເຄົາລົບສິດທິມະນຸດແລະການຮັບປະກັນຄວາມ ປອດໄພຂອງຄົນທຳມະດາສາມັນ.

 

 ຖະແຫຼງການດັ່ງກ່າວຍັງໄດ້ເນັ້ນໜັກວ່າ:ຕ້ອງໃຫ້ໝົດທຸກຄົນທີ່ມີຄວາມຕ້ອງ ການນັ້ນສາມາດໄດ້ຮັບການຊ່ວຍເຫຼືອດ້ານມະນຸດສະທຳຢ່າງປອດໄພແລະບໍ່ຖືກຂັດຂວາງ,ພ້ອມທັງຮັບປະກັນຄວາມປອດໄພຂອງເຈົ້າໜ້າທີ່ດ້ານມະນຸດສະທຳ ແລະພະນັກງານແພດໝໍຢ່າງເຕັມສ່ວນ.

 

  ນອກນີ້,ເນື້ອໃນຂອງຖະແຫຼງການດັ່ງກ່າວຍັງໄດ້ກ່າວເນັ້ນເຖິງການສະໜັບ ສະໜູນປະຊາຊົນມຽນມາແລະຂະບວນວິວັດປະຊາທິປະໄຕຢູ່ມຽນມາ,ພ້ອມ ທັງສຸມກຳລັງເຂົ້າໃນການຮັກສາອະທິປະໄຕ ຄວາມເປັນເອກະລາດທາງດ້ານ ການເມືອງພ້ອມດ້ວຍຜືນແຜ່ນດິນອັນຄົບຖ້ວນແລະຄວາມເປັນເອກະພາບຂອງ ມຽນມາຢ່າງເດັດດ່ຽວໜຽວແໜ້ນ.

ຄຳ​ເຫັນ

0