何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ຫວາງ​ຢີ້​ແນະ​ນຳ 8 ຈຸດ​ສຸມ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2022

2021-12-30 16:46:40 CRI

ວັນ​ທີ 30 ທັນ​ວາ​ນີ້, ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG, ທ່ານ​ຫວາງ​ຢີ້ ທີ່​ປຶກ​ສາ​ແຫ່ງ​ລັດ​ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ແນະ​ນຳ 8 ຈຸດ​ສຸມວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ໃນ​ປີ 2022 ໂດຍ​ກ່າວ​ວ່າ: ປີ 2022, ຈີນ​ຈະ​ກ້າວ​ເຂົ້າ​ສູ່​ຂະ​ບວນ​ການ​ໃໝ່​ເພື່ອບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຮ້ອຍ​ປີ​ປະ​ການ​ທີ 2. ແນວ​​ຮົບ​ການ​ຕ່າງ​ປະ​ເທດ​ຂອງ​ຈີນ​ຈະ ເຕົ້າ​ໂຮມ​ສາ​ມັກ​ຄີ​​ຢ່າງ​ແໜ້ນແຟ້ນ​ຢູ່​ອ້ອມ​ຂ້າງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ​ສີ​ຈິ້ນ​ຜິງ​ເປັນ​ແກນ​ນຳ, ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ເພື່ອ​ພັກ​ດ້ວຍຄວາມ​ຮັບ​ຜິດ​ຊອບ​ສູງ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກເພື່ອ​ປະ​ເທດ​ຊາດ, ແລະ ອຸ​ທິດ​ຕົນ​ເພື່ອ​ປະ​ຊາ​ຊົນ, ຈ​ະ​ສຸມ​ໃສ່​ວຽກ​ງານ​ສຳ​ຄັນ 8 ດ້ານ​ດັ່ງ​ນີ້:

1,ພະ​ຍາ​ຍາມ​ສຸດ​ຂີດ​ເພື່ອ​ສ້າງ​ສະ​ພາບ​ແວດ​ລ້ອມ​ພາຍນອກ​ທີ່​ເອື້ອ​ອຳ​ນວຍ​ໃຫ້​ກັບ​ການ​ຈັດ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 20. 2,ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ໃຫ້ໄດ້​ດີ. 3, ​ນຳ​ໜ້າ​ໃນ​ການ​ປະ​ຕິ​ຮູບ​ລະ​ບົບ​ຄຸ້ມ​ຄອງ​ໂລກຢ່າງ​ຕັ້ງ​ໜ້າ. 4,ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. 5,ລົງ​ເລິກ​​ຂະ​ຫຍາຍສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກ. 6, ສືບ​ຕໍ່​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ແກນ​ກາ​ງ​ຂອງ​ຊາດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ. 7, ຕັ້ງ​ໜ້າ​ຮັບ​ໃຊ້​ການ​ເປີດ​ປ​ະ​ຕູ​ສູ່​ພາຍນອກ ແລະ ການ​ພັດ​ທະ​ນາຂອງ​ຈີນ. 8, ປະ​ຕິ​ບັດ​ຕາມຫຼັກ​ການ​ທີ່​ເຮັດ​ວຽກ​​ງານການ​ຕ່າງ​ປະ​ເທດ​ເພື່ອ​ປະ​ຊາ​ຊົນ​ຢ່າງ​ສຸດ​ອົກ​ສຸດ​ໃຈ.

ທ່ານ​ຫວາງ​ຢີ້​ກ່າວ​ຕື່ມ​ວ່າ, ປີ 2022, ​ວ​ຽກ​ງານການ​ຕ່າງ​ປະ​ເທດ​ຂອງ​ຈີນ​ຈະມີ​ຄວາມ​ໂອບ​ເອື້ອ​ອາ​ລີ​ໂດຍ​ມຸ່ງ​ໜ້າ​ສູ່​ທົ່ວ​ໂລກ, ​ມີ​ທ່າ​ທີ​ທີ່​ອົງ​ອາດ ແລະ ​ມີການ​ກະ​ທຳ​ຕົວ​ຈິງ, ສາ​ມັກ​ຄີ ແລະ ປະ​ສານ​ງານ​ກັບ​ປະ​ຊາ​ຄົມ​ໂລກ, ເພີ່ມ​ພະ​ລັງ​ຊີ​ວິດ​ຊີ​ວາ​ໃຫ້​ກັບ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ໂລກ​ຢ່າງ​ມີ​ຊີ​ວິດ​ຊີ​ວາ, ຊຸກ​ຍູ້​ພາ​ລະ​ກິດ​ເພື່ອ​ຄວາມກ້າວ​ໜ້າ​ຂອງມວນ​ມະ​ນຸດ​ໃຫ້​ມີ​ຄວາມ​ຄືບ​ໜ້າ​ແບບ​ກ້າວ​ກະ​ໂດດ, ແລະ ກ້າວ​ເດີນ​ໄປ​ທາງ​ໜ້າ​ຢ່າງ​ກ້າ​ຫານ.

ຄຳ​ເຫັນ

0