陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ການຮ່ວມມືດ້ານການຄ້າລະຫວ່າງຈີນ-ຣັດເຊຍໄດ້ຂະຫຍາຍຕົວຢ່າງໜັກແໜ້ນ

2021-12-30 12:12:28 cri

ການຮ່ວມມືດ້ານການຄ້າລະຫວ່າງຈີນ-ຣັດເຊຍໄດ້ຂະຫຍາຍຕົວຢ່າງໜັກແໜ້ນ_fororder_W020211229653065800730 (1)

 ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວໃນກອງປະຊຸມ ຖະແຫຼງຂ່າວປະຈຳໃນວັນທີ 29 ທັນວານີ້ວ່າ:ຈີນ-ຣັດເຊຍເປັນປະເທດ ບ້ານໃກ້ເຮືອນຄຽງທີ່ໃຫຍ່ທີ່ສຸດຂອງກັນແລະກັນ,ທັງເປັນໂອກາດການພັດທະນາ ໃຫ້ກັນແລະກັນແລະເປັນຄູ່ຮ່ວມມືລະດັບໂລກເຊິ່ງກັນແລະກັນ,ການຮ່ວມມື ລະຫວ່າງສອງປະເທດມີພື້ນຖານທີ່ໜັກແໜ້ນແລະມີອະນາຄົດອັນກວ້າງຂວາງ.

 

ນັບແຕ່ເກີດມີການແຜ່ລະບາດຂອງພະຍາດ ໂຄສິດ-19 ເປັນຕົ້ນມາ,ສອງປະເທດໄດ້ຊ່ວຍເຫຼືອກັນ,ຮ່ວມມືກັນກ້າວເດີນໄປໜ້າ,ໃນ 11 ເດືອນຂອງປີນີ້,ມູນຄ່າການຄ້າສອງຝ່າຍມີຫຼາຍກວ່າ 130 ຕື້ໂດລາສະຫະລັດ.ວິສາຫະກິດຈີນໄດ້ຕັ້ງໜ້າເຊື່ອມໂຍງເຂົ້າກັບຄູ່ຮ່ວມຝ່າຍຣັດ ເຊຍ,ການຮ່ວມມືດ້ານການຄ້າລະຫວ່າງສອງປະເທດໄດ້ຂະຫຍາຍຕົວຢ່າງ ໜັກແໜ້ນ,ແລະມີອະນາຄົດທີ່ກວ້າງຂວາງ.

 

 ຕາມທີ່ໄດ້ຮູ້ມາວ່າ,ຫວ່າງມໍ່ໆມານີ້,ທ່ານໂບຣິສ ຕິຕອຟ ປະທານ ຄະນະກຳມະການມິດຕະພາບ ສັນຕິພາບແລະການພັດທະນາຣັດເຊຍ-ຈີນ ໄດ້ຕີລາຄາສູງຕໍ່ການຮ່ວມມືລະຫວ່າງວິສາຫະກິດຈີນ-ຣັດເຊຍໃນກອງປະຊຸມ ຄົບຄະນະຂອງຄະນະກຳມະການດັ່ງກ່າວ,ໂດຍກ່າວວ່າ:ອີງຕາມຂໍ້ມູນຕົວເລກ ສະຖິຕິໄດ້ສະແດງໃຫ້ເຫັນວ່າ,ນັກທຸລະກິດຣັດເຊຍທີ່ໃຫ້ສຳພາດມີ 85,7%ໄດ້ຕີລາຄາສູງຕໍ່ສະພາບການຮ່ວມມືກັບຄູ່ຮ່ວມມືຈີນ.

 

 ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ,ທ່ານຈ້າວລີ້ຈ່ຽນກ່າວວ່າ,ບົດລາຍງານຜົນ ການສຳຫຼວດທົ່ວໂລກກ່ຽວກັບພາບພົດຂອງວິສາຫະກິດຈີນປະຈຳປີ 2021 ທີ່ຫາກໍ່ເຜີຍແຜ່ໄດ້ສະແດງໃຫ້ເຫັນວ່າ,ຜູ້ໃຫ້ສຳພາດເກືອບ 70%ເຫັນວ່າ,ວິສາຫະກິດຈີນໄດ້ເສີມຂະຫຍາຍບົດບາດນຳພາໃນການຊຸກຍູ້ການປະດິດສ້າງ ເຕັກໂນໂລຊີແລະຄວາມກ້າວໜ້າຕາມທິດສີຂຽວ,ໂດຍທົ່ວໄປແລ້ວແມ່ນຫວັງຢາກ ເພີ່ມທະວການຮ່ວມມືກັບວິສາຫະກິດຈີນ.ວິສາຫະກິດຈີນໄດ້ນຳໃຊ້ໂອກາດ ໃນການຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງຢ່າງເຕັມສ່ວນ,ໃນຂະນະທີ່ຕົນບັນລຸ ການພັດທະນານັ້ນກໍ່ໄດ້ຕັ້ງໜ້າຊຸກຍູ້ການ້ພັດທະນາເສດຖະກິດສັງຄົມ ການປົວ ແປງຊີວິດການເປັນຢູ່ຂອງປະຊາຊົນແລະການອະນຸລັກສິ່ງແວດລ້ອມຂອງປະ ເທດເຈົ້າພາບ.ເຮັດໃຫ້ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ,ຊຸກຍູ້ການສ້າງ ເສດຖະກິດໂລກແບບເປີດປະຕູດ້ວຍການກະທຳຕົວຈິງ.

ຄຳ​ເຫັນ

0