陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະມຸກລັດຂອງຣັດເຊຍແລະອາເມຣິກາຈະສືບຕໍ່ຮັກສາການສົນທະນາກັນ

2021-12-31 17:41:19 cri

ວັນທີ 31 ທັນວານີ້ຕາມເວລາມົສກູ,ພາຍຫຼັງທ່ານປູຕິນ ປະທານາທິບໍດີ ຣັດເຊຍໄດ້ສິ້ນສຸດການສົນທະນາທາງໂທລະສັບກັບທ່ານ ໂຈ ໄບເດັນ ປະທານາທິບໍດີອາເມຣິກາເປັນເວລາ 1 ຊົ່ວໂມງແລ້ວ,ທ່ານຢູຣີ ອູຊາຄອຟ ຜູ້ຊ່ວຍວຽກປະທານາທິບໍດີຣັດເຊຍໄດ້ກ່າວວ່າ,ການສົນທະນາກັນລະຫວ່າງຜູ້ນຳສອງປະເທດຣັດເຊຍ-ອາເມຣິກາແມ່ນຕິດແທດຕົວຈິງແລະເປັນຮູບປະທຳທີ່ສຸດ,ສອງຝ່າຍເຫັນ ດີຈະສືບຕໍ່ຮັກສາການສົນທະນາກັນຫຼັງປີໃໝ່ສາກົນ.

 

  ທ່ານຜູ້ຊ່ວຍວຽກປະທານາທິບໍດີໄດ້ໃຫ້ຮູ້ວ່າ:ທ່ານປູຕິນໄດ້ອະທິບາຍຢ່າງ ລະອຽດກ່ຽວກັບຫຼັກການພື້ນຖານຂອງສົນທິສັນຍາແລະຮ່າງສັນຍາທີ່ຣັດເຊຍຍື່ນ ໃຫ້ຝ່າຍອາເມຣິກາ,ພ້ອມທັງເນັ້ນໜັກວ່າ ການພົບປະເຈລະຈາຢູ່ເຊີແນວ ລະຫວ່າງຣັດເຊຍ-ອາເມຣິກາ ການພົບປະເຈລະຈາທີ່ບຣູກແຊນລະຫວ່າງ ຣັດເຊຍກັບກຸ່ມນາໂຕພ້ອມດ້ວຍການພົບປະເຈລະຈາທີ່ນະຄອນຫຼວງວຽນ ລະຫວ່າງຣັດເຊຍກັບອົງການຄວາມໝັ້ນຄົງແລະການຮ່ວມມືສະຫະພາບເອີຣົບທີ່ຈະຈັດຂຶ້ນໃນໄວໆນີ້ລ້ວນແຕ່ມີຄວາມສຳຄັນຫຼາຍ,ຝ່າຍຣັດເຊຍຕ້ອງການໃຫ້ການພົບປະເຈລະຈາກັນໄດ້ຮັບຜົນສຳເລັດເພື່ອຮັບປະກັນຄວາມໝັ້ນຄົງຂອງຣັດເຊຍ.

 

  ທ່ານເຜີຍໃຫ້ຮູ້ວ່າ,ທ່ານປູຕິນໄດ້ກ່າວເນັ້ນໜັກໃນການສົນທະນາກັນວ່າ,ຖ້າ ປະເທດຕາເວັນຕົກນຳໃຊ້ການລົງໂທດຣັດເຊຍຢ່າງຂະໜາດໃຫຍ່ຕື່ມອີກຈະແມ່ນຄວາມຜິດພາດທີ່ສຸດ,ເຊິ່ງອາດຈະເຮັດໃຫ້ສາຍພົວພັນລະຫວ່າງສອງຝ່າຍແຕກ ແຍກຢ່າງສິ້ນເຊີງແລະຈະສົ່ງຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງທີ່ສຸດ,ຣັດເຊຍບໍ່ຢາກ ໃຫ້ເກີດມີສະພາບຄືແນວນີ້.

ຄຳ​ເຫັນ

0